ຈຳນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່​ທະ​ວີບ ອາ​ເມ​ລິ​ກາ ສືບ​ຕໍ່​ມ​ີ​ທ່າ​ອ່ຽງຫຼຸດ​ລົງ ເປັນ​ອາ​ທິດ​ທີ 8 ຢ່າງ​ລຽນ​ຕິດ

(VOVWORLD) -ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 4 ພະຈິກ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມກວ່າ 248,7 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 5 ລ້ານຄົນ.
ຈຳນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່​ທະ​ວີບ ອາ​ເມ​ລິ​ກາ ສືບ​ຕໍ່​ມ​ີ​ທ່າ​ອ່ຽງຫຼຸດ​ລົງ ເປັນ​ອາ​ທິດ​ທີ 8 ຢ່າງ​ລຽນ​ຕິດ - ảnh 1(ພາບ: THX/TTXVN)

ອາເມລິກາ ຍັງຄົງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 47 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 770.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ. ໃນສະພາບທີ່ຈຳນວນຜູ້ຕິດເຊື້ອນັບມື້ນັບເພີ່ມຂຶ້ນສູງ, ອາເມລິກາ ໄດ້ອະນຸຍາດໃຫ້ສັກວັກຊິນກັນພະຍາດໂຄວິດ - 19 ແກ່ເດັກທີ່ຢູ່ໃນເກນອາຍຸແຕ່ 5 ຫາ 11 ປີ.

        ໃນວັນດຽວກັນ, ອົງການອະນາໄມລະຫວ່າງ ອາເມລິກາ ໃຫ້ຮູ້ວ່າ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ທະວີບ ອາເມລິກາ ໄດ້ຫຼຸດລົງເປັນອາທິດທີ 8 ຢ່າງລຽນຕິດ, ແຕ່ກໍໃຫ້ຄຳກ່າວເຕືອນວ່າ ສິ່ງດັ່ງກ່າວ ບໍ່ໝາຍຄວາມວ່າໂລກລະບາດຈະດັບມອບ.

        ປັດຈຸບັນ, 46% ປະຊາຊົນ ອາເມລິກາ ລາຕິນ ແລະ ກາຣີເບ ໄດ້ສຳເລັດການສັກວັກຊິນກັນພະຍາດໂຄວິດ - 19. ເຖິງຢ່າງໃດກໍຕາມ, ມີປະມານ 19 ປະເທດ ຍັງມີອັດຕາຜູ້ສັກວັກຊິນຢູ່ໃນລະດັບຕ່ຳກວ່າ 40%, ພິເສດ ໄຮຕີ, ນີກາຣາກວາ, Jamaica, Guatemala ກໍຄື Vicent ແລະ Granadines ແມ່ມມີອັດຕາຕ່ຳກວ່າ 20%.

ຕອບກັບ

ຂ່າວ/ບົດ​ອື່ນ