ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່​ຫວຽດ​ນາ​ມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1ໂມງ 30 ນາທີຂອງວັນທີ 19 ສິງຫາ (ຕາມເວລາ UTC), ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນທົ່ວໂລກ ໄດ້ລືນກາຍຕົວເລກ 210 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4,4 ລ້ານຄົນ.

ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່​ຫວຽດ​ນາ​ມ ແລະ ໃນ​ໂລກ - ảnh 1ປະຊາຊົນລໍຖ້າສັກວັກຊິນກັນໂຄວິດ - 19 ຢູ່ອົດສະຕາລີ (ພາບ: THX/TTXVN)

ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ໄລ່ຮອດເວລາ 18 ໂມງຂອງວັນທີ 19 ສິງຫາ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 312.611 ຄົນ, ຢືນອັນດັບທີ  72/222 ປະເທດ ແລະ ເຂດແຄ້ວນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 120.059 ຄົນ.

ປະຈຸບັນ, ມີ 6 ໃນຈຳນວນ 62 ແຂວງບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ເປັນເວລາ 14 ວັນແລ້ວຄື: ກວາງນິງ, ບັກກ້ານ, ຕວຽນກວາງ, ລາຍເຈົາ, ຮ່ວາບິ່ງ, ຫາຍຟ່ອງ.

ສ່ວນຢູ່ໃນໂລກ: ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກ່ວາ 38 ລ້ານຄົນ ແລະ ຜູ້ເສຍຊີວິດ ກ່ວາ 641.000 ຄົນ. ຕໍ່ໜ້າສະພາບການໂລກລະບາດພວມມີການຜັນແປຢ່າງສັບສົນນັ້ນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປົກປ້ອງທັດສະນະກ່ຽວກັບການສັກວັກຊິນກັນໂຄວິດ - 19 ເຂັມທີ 3.

ການປະກົດຂຶ້ນຂອງເຊື້ອໄວຣັດສາຍພັນ Delta ໄດ້ ແລະ ພວມຕ່າວປີ້ນ ໝາກຜົນໃນການຕ້ານໂລກລະບາດ ເກືອບທັງໝົດຂອງ ບັນດາປະເທດໃນບັນດາການແຜ່ລະບາດຮອບກ່ອນນັ້ນ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ເມັກຊີໂກ ໄດ້ປະກາດຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກເກືອບ 29.000 ຄົນ ເຊິ່ງແມ່ນຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດໃນມື້ 1  ນັບແຕ່ເວລາເກີດໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ