ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່​ເພີ່ມ​ຂຶ້ນ​​ໄວ, ​ສ​ປ​ປ.ລາວ ​ອອກ​ຂໍ້​ຕົ​ກ​ລົງ​ປິດ​ການ​ເດີນ​ທາ​ງ​ເຂົ້າ​ອອກ​ນະ​ຄອນຫຼວງວຽງ​ຈັນ

(VOVWORLD) - ສປປ ລາວ ອອກຂໍ້ຕົກລົງປິດການເດີນທາງເຂົ້າອອກນະຄອນຫຼວງ ວຽງຈັນ ເປັນການຊົ່ວຄາວ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19. ຂໍ້ຕົກລົງດັ່ງກ່າວ ເລີ່ມປະຕິບັດແຕ່ເວລາ 6 ໂມງ 00 ນາທີ ຂອງວັນທີ 22 ເມສາ ຫາເວລາ 24 ໂມງຂອງວັນທີ 5 ພຶດສະພາ. 
ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່​ເພີ່ມ​ຂຶ້ນ​​ໄວ, ​ສ​ປ​ປ.ລາວ ​ອອກ​ຂໍ້​ຕົ​ກ​ລົງ​ປິດ​ການ​ເດີນ​ທາ​ງ​ເຂົ້າ​ອອກ​ນະ​ຄອນຫຼວງວຽງ​ຈັນ - ảnh 1ດ່ານກວດຄົນເຂົ້າອອກນະຄອນຫຼວງ ວຽງຈັນ

ບຸກຄົນທີ່ປະຕິບັດໜ້າທີ່ ແລະ ຂົນສົ່ງສິນຄ້າ ທີ່ໄດ້ຮັບການອະນຸຍາດຈາກ ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ໂຄວິດ - 19 ຈຶ່ງຈະໄດ້ເຂົ້າ - ອອກນະຄອນຫຼວງ ສ່ວນປະຊາຊົນນະຄອນຫຼວງ ຈະໃຫ້ອອກຈາກເຮືອນ ກໍພຽງແຕ່ເມື່ອໄປຊື້ເຄື່ອງໃຊ້ສອຍທີ່ຈຳເປັນ. ລາວ ກໍສືບຕໍ່ປິດປະຕູດ່ານຊາຍແດນສາກົນ, ດ່ານປະເພນີ ທາງບົກ ແລະ ທາງນ້ຳ ທີ່ຕິດກັບບັນດາປະເທດໃກ້ຄຽງ  ເຊິ່ງໂລກລະບາດພວມແຜ່ລະບາດໃນຊຸມຊົນ, ເວັ້ນເສຍແຕ່ກໍລະນີຈຳເປັນ ແລະ ບັນດາການເຄື່ອນໄຫວຂົນສົ່ງສິນຄ້າ ທີ່ໄດ້ຮັບການອະນຸຍາດ; ສືບຕໍ່ປິດປະຕູບັນດາສະຖານທີ່ບັນເທີງ, ຮ້ານຄາຣາໂອເກະ, ພັດທະຄານ, ຮ້ານກາເຟອີນເຕີແນັດ, ຮ້ານນວດ, ສູນຟິດເນັດ ແລະ ສູນກິລາ ໃນຂອບເຂດທົ່ວປະເທດ.

        ລັດຖະບານ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການປິດການເດີນທາງເຂົ້າອອກນະຄອນຫຼວງ ວຽງຈັນ ພາຍຫຼັງທີ່ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 26 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນເວລາ 24 ຊົ່ວໂມງຜ່ານມາ. ນີ້ແມ່ນຄັ້ງທຳອິດ ທີ່ລາວ ຢັ້ງຢືນມີຈຳນວນຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ພາຍໃນວັນຢູ່ໃນລະດັບ 2 ຕົວເລກ ນັບແຕ່ເມື່ອໂລກລະບາດແຜ່ລະບາດຢູ່ປະເທດນີ້ ໃນເດືອນ ມີນາ 2020 ມານີ້.

ນັກຂ່າວ VOV ປະຈຳ ລາວ

 

ຕອບກັບ

ຂ່າວ/ບົດ​ອື່ນ