ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍ​າດ​ໂຄວິດ - 19 ໃນ​ທົ່ວ​ໂລກ​ສືບ​ຕໍ່​ເພີ່ມ​ຂຶ້ນ

(VOVWORLD) - ໄລ່ຮອດເວລາ 1 ໂມງຂອງວັນທີ 18 ກຸມພາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 110,4 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 2,4 ລ້ານຄົນ.
ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍ​າດ​ໂຄວິດ - 19 ໃນ​ທົ່ວ​ໂລກ​ສືບ​ຕໍ່​ເພີ່ມ​ຂຶ້ນ - ảnh 1 ຊາວ ອາເມລິກາ ໄດ້ຮັບການສັກວັກຊິນ ຢູ່ ສະຖານທີ່ຈອດລົດ (ພາບ: AFP)

ຕາມເວັບໄຊສະຖິຕິ  worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 18 ກຸມພາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 110,4 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 2,4 ລ້ານຄົນ.  ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນ 24 ຊົ່ວໂມງຜ່ານມາ, ອາເມລິກາ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 67.000 ຄົນ ແລະ ມີຫຼາຍກວ່າ 2.000 ຄົນ ເສຍຊີວິດ ແລະ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດດັ່ງກ່າວ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ວັນທີ 17 ກຸມພາ, ຄະນະກຳມະການເອີຣົບ (EC) ໄດ້ແຈ້ງໃຫ້ຊາບວ່າ ບັນລຸໄດ້ຂໍ້ຕົກລົງສັ່ງຊື້ວັກຊິນກັນພະຍາດໂຄວິດ - 19 ຕື່ມອີກ 150 ລ້ານໂດສ ຈາກບໍລິສັດ Moderna ຂອງ ອາເມລິກາ ໃນປີນີ້, ເພີ່ມຂຶ້ນທົບສອງເທົ່າ ເມື່ອທຽບໃສ່ຈຳນວນວັກຊິນ ເຊິ່ງ EC ໄດ້ລົງທະບຽນໄວ້ກ່ອນໜ້ານັ້ນ. ຕາມຂໍ້ຕົກລົງສະບັບດັ່ງກ່າວແລ້ວ, ອີຢູ ຍັງສາມາດເລືອກຊື້ວັກຊິນກັນພະຍາດໂຄວິດ - 19 ຂອງ ບໍລິສັດດັ່ງກ່າວ ຕື່ມອີກ 150 ລ້ານ ໂດສ ໃຫ້ແກ່ປີ 2022.

        ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຍັງຮຽກຮ້ອງໃຫ້ໂລກຕ້ອງສ້າງແຜນການສັກວັກຊິນກັນພະຍາດໂຄວິດ - 19 ໃນທົ່ວໂລກ, ພ້ອມທັງສະເໜີ ໃຫ້ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ນໍາພາຄວາມມານະພະຍາຍາມດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ