ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ຢູ່ ອາ​ເມ​ລິ​ກາ ກວມ​ເອົາເກືອບ 1/6 ຍອດ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໃນ​ທົ່ວ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info  ແລ້ວ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ  - 19 ຕື່ມອີກກວ່າ 417.000 ຄົນ ແລະ ມີຜູ້ເສຍຊີວິດຕື່ມອີກກວ່າ 3.800 ຄົນ. ໄລ່ມາຮອດປັດຈຸບັນ, ທົ່ວໂລກມີຜູ້ຕິດເຊື້ອລວມທັງໝົດກວ່າ 270 ລ້ານຄົນ, ໃນນັ້ນມີກວ່າ 5,32 ລ້ານຄົນເສຍຊີວິດ.
ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ຢູ່ ອາ​ເມ​ລິ​ກາ ກວມ​ເອົາເກືອບ 1/6 ຍອດ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໃນ​ທົ່ວ​ໂລກ - ảnh 1ຢູ່ California, ອາເມລິກາ (ພາບ: TTXVN)

ສາມປະເທດທີ່ມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດໃນ 24 ຊົ່ວໂມງຜ່ານມາ ແມ່ນ ອັງກິດ, ຝລັ່ງ ແລະ ອາເມລິກາ. ສາມປະເທດທີ່ມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດໃນ 24 ຊົ່ວໂມງຜ່ານມາ ແມ່ນ ລັດເຊຍ, ຢູແກຼນ ແລະ ເມັກຊີໂກ.

  ປັດຈຸບັນ, ອາເມລິກາ, ອິນເດຍ ແລະ ບຣາຊິນ ຍັງຄົງແມ່ນ 3 ປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19, ໃນນັ້ນ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ອາເມລິກາ ກວມເອົາເກືອບ 1/6 ຍອດຈຳນວນຜູ້ຕິດເຊື້ອໃນທົ່ວໂລກ ດ້ວຍຈຳນວນຫຼາຍກວ່າ 50,7 ລ້ານຄົນ.

ຖ້າໄລ່ຕາມພາກພື້ນແລ້ວ, ອີຊີ ແມ່ນພາກພື້ນທີ່ມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດ ດ້ວຍຈຳນວນຫຼາຍກວ່າ 83 ລ້ານຄົນ, ຖັດຈາກນັ້ນແມ່ນ ເອີຣົບ, ອາເມລິກາເໜືອ, ອາເມລິກາໃຕ້, ອາຟະລິກາ, ໂອເຊອາເນຍ. ເຖິງຢ່າງໃດກໍຕາມ, ຖ້າໄລ່ຕາມຈຳນວນຜູ້ເສຍຊີວິດ, ເອີຣົບ ຢືນອັນດັບໜຶ່ງໃນໂລກ ດ້ວຍຈຳນວນກວ່າ 1,4 ລ້ານຄົນ, ຖັດຈາກນັ້ນແມ່ນ ອາຊີ, ອາເມລິກາເໜືອ ແລະ ອາເມລິກາໃຕ້.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 12 ທັນວາ ຫາເວລາ 16 ໂມງຂອງວັນທີ 13 ທັນວາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ, ລວມມີຜູ້ເຂົ້າເມືອງ 28 ຄົນ ແລະ ຢູ່ພາຍໃນປະເທດ 15.349 ຄົນ. ວັນທີ 13 ທັນວາ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.192 ຄົນ.

ກ່ຽວກັບເຊື້ອໄວຣັດສາຍພັນໃໝ່, ວັນທີ 12 ທັນວາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ຂໍ້ມູນໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າ ເຊື້ອໄວຣັດກາຍພັນ Omicron ມີຄວາມສາມາດແຜ່ລາມໄດ້ງ່າຍກວ່າ ເຊື້ອໄວຣັດສາຍພັນ Delta ແລະ ເຮັດໃຫ້ປະສິດທິຜົນຂອງວັກຊິນກັນໂຄວິດ - 19 ຖືກຫຼຸດລົງ, ແຕ່ຄວາມສາມາດເກີດເປັນອາການໜັກແມ່ນຕ່ຳກວ່າ ເຊື້ອໄວຣັດສາຍພັນ Delta.

ຕອບກັບ

ຂ່າວ/ບົດ​ອື່ນ