ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນ 24 ຊົ່ວໂມງຜ່ານມາເພີ່ມຂຶ້ນ ກວ່າ 24.600 ກໍລະນີ

(VOVWORLD) -ໃນວັນທີ 13 ເມສາ, ມີຄົນເຈັບ 13.887 ຄົນ ໄດ້ຮັບການປິ່ນປົວຫາຍດີ. ປະຈຸບັນ, ຈຳນວນກໍລະນີໄດ້ຮັບການປິ່ນປົວຫາຍດີແມ່ນ 8.770.994 ຄົນ. 
     
ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນ 24 ຊົ່ວໂມງຜ່ານມາເພີ່ມຂຶ້ນ ກວ່າ 24.600 ກໍລະນີ - ảnh 1ພາບປະກອບ

     ນັບແຕ່ເວລາ 16 ໂມງຂອງວັນທີ 12 ເມສາຫາເວລາ 16 ໂມງຂອງວັນທີ 13 ເມສານີ້, ຫວຽດນາມໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 24.623 ຄົນຢູ່ 63/63 ແຂວງ, ນະຄອນ. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ10.297.587  ຄົນ.

          ໃນວັນທີ 13 ເມສາ, ມີຄົນເຈັບ 13.887 ຄົນ ໄດ້ຮັບການປິ່ນປົວຫາຍດີ. ປະຈຸບັນ, ຈຳນວນກໍລະນີໄດ້ຮັບການປິ່ນປົວຫາຍດີແມ່ນ 8.770.994 ຄົນ. ໃນ 24 ຊົ່ວໂມງຜ່ານມາ, ມີ 20 ຄົນເສຍຊີວິດຍ້ອນພະຍາດໂຄວິດ-19.

          ກ່ຽວກັບສະພາບການສັກຢາກັນພະຍາດ, ມາຮອດຕອນບ່າຍວັນທີ 13 ເມສານີ້, ທົ່ວປະເທດໄດ້ສັກວັກຊິນກັນ ໂຄວິດ-19 ໄດ້ 208.810.706 ໂດສ. ປັດຈຸບັນ, ອັດຕາການສັກວັກຊິນກັນ ພະຍາດໂຄວິດ-19 ສຳລັບຜູ້ມີອາຍຸ 18 ປີຂຶ້ນໄປບັນລຸ 100% ສຳລັບເຂັມທີ 1 ແລະ ເຂັມທີ 2, ສ່ວນເຂັມທີ 3 ແມ່ນ 51,3%.

ຕອບກັບ

ຂ່າວ/ບົດ​ອື່ນ