ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນ 24 ຊົ່ວໂມງຜ່ານມາໄດ້ຫຼຸດລົງຫຼາຍກວ່າ 5.800 ກໍລະນີ

(VOVWORLD) -ໃນວັນທີ 6 ເມສາ, ມີຄົນເຈັບ 130.273 ຄົນ ໄດ້ຮັບການປິ່ນປົວຫາຍດີ. ປະຈຸບັນ, ຈຳນວນກໍລະນີໄດ້ຮັບການປິ່ນປົວຫາຍດີແມ່ນ 8.277.563 ຄົນ
ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນ 24 ຊົ່ວໂມງຜ່ານມາໄດ້ຫຼຸດລົງຫຼາຍກວ່າ 5.800 ກໍລະນີ - ảnh 1ພາບປະກອບ

    ນັບແຕ່ເວລາ 16 ໂມງຂອງວັນທີ 5 ເມສາຫາເວລາ 16 ໂມງຂອງວັນທີ 6 ເມສານີ້, ຫວຽດນາມໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 49.124 ຄົນຢູ່ 61/63 ແຂວງ, ນະຄອນ, ຫຼຸດລົງ 5.871 ຄົນເມື່ອທຽບໃສ່ມື້ກ່ອນ. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 9.980.464 ຄົນ.

          ໃນວັນທີ 6 ເມສາ, ມີຄົນເຈັບ 130.273 ຄົນ ໄດ້ຮັບການປິ່ນປົວຫາຍດີ. ປະຈຸບັນ, ຈຳນວນກໍລະນີໄດ້ຮັບການປິ່ນປົວຫາຍດີແມ່ນ 8.277.563 ຄົນ. ໃນ 24 ຊົ່ວໂມງຜ່ານມາ, ມີ 31 ຄົນເສຍຊີວິດຍ້ອນພະຍາດໂຄວິດ-19.

          ກ່ຽວກັບສະພາບການສັກຢາກັນພະຍາດ, ມາຮອດຕອນບ່າຍວັນທີ 6 ເມສານີ້, ທົ່ວປະເທດໄດ້ສັກວັກຊິນກັນ ໂຄວິດ-19 ໄດ້ 207.235.119 ໂດສ. ປັດຈຸບັນ, ອັດຕາການສັກວັກຊິນກັນ ພະຍາດໂຄວິດ-19 ສຳລັບຜູ້ມີອາຍຸ 18 ປີຂຶ້ນໄປບັນລຸ 100% ສຳລັບເຂັມທີ 1. 99,8% ສຳລັບເຂັມທີ 2, ສ່ວນເຂັມທີ 3 ປະມານ 50%.

ຕອບກັບ

ຂ່າວ/ບົດ​ອື່ນ