ຈຳນວນຜູ້ຕິດເຊື້ຶ້ອໂຄວິດ-19 ໃນທົ່ວໂລກໄດ້ລື່ນກາຍ 80 ລ້ານຄົນ

(VOVWORLD) -  ປະຈຸບັນ, ຝຣັ່ງ ແລະ ສະວິດ ໄດ້ກວດພົບບັນດາກໍລະນີທຳອິດຕິດເຊື້ອໂຄວິດ-19 ສາຍພັນໃໝ່ ທີ່ມີຄວາມສ່ຽງແຜ່ລະບາດໄວກ່ວາ ເຊິ່ງຫາກໍ່ພົບເຫັນຢູ່ ອັງກິດ.
ຈຳນວນຜູ້ຕິດເຊື້ຶ້ອໂຄວິດ-19 ໃນທົ່ວໂລກໄດ້ລື່ນກາຍ 80 ລ້ານຄົນ - ảnh 1(ພາບປະກອບ/TTXVN)

  ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 26 ທັນວາ (ຕາມເວລາຫວຽດນາມ), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດໄວຣັດ SARS-CoV-2 ກ່ວາ 80 ລ້ານຄົນ, ໃນນັ້ນ ມີກ່ວາ 1,7 ລ້ານຄົນເສຍຊີວິດ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ ຍັງຄົງແມ່ນ ອາເມລິກາ, ຖັດຈາກນັ້ນ ອິນເດຍ ແລະ ບຣາຊິນ. ນອກນັ້ນ ຍັງມີ 5 ປະເທດທີ່ມີຈຳນວນຜູ້ຕິດເຊື້ອຫລາຍກ່ວາ 2 ລ້ານຄົນ (ລວມມີ ລັດເຊຍ, ຝຣັ່ງ, ອັງກິດ, ຕວັກກີ ແລະ ອີຕາລີ) ແລະ 9 ປະເທດທີ່ມີຈຳນວນຜູ້ຕິດເຊື້ອຫລາຍກ່ວາ 1 ລ້ານຄົນ (ລວມມີ ແອດສະປາຍ, ເຢຍລະມັນ, ອາກຊັງຕິນ, ໂກລົມບີ, ເມັກຊີໂກ, ໂປໂລຍ, ອີຣານ, ຢູແກຼນ ແລະ ເປຣູ). ປະຈຸບັນ, ຝຣັ່ງ ແລະ ສະວິດ ໄດ້ກວດພົບບັນດາກໍລະນີທຳອິດຕິດເຊື້ອໂຄວິດ-19 ສາຍພັນໃໝ່ ທີ່ມີຄວາມສ່ຽງແຜ່ລະບາດໄວກ່ວາ ເຊິ່ງຫາກໍ່ພົບເຫັນຢູ່ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ