ຈຳນວນຜູ້ຫາຍສາບສູນພາຍຫຼັງເກີດສະພາບດິນເຊາະເຈື່ອນຢູ່ ອິນໂດເນເຊຍ ເພີ່ມຂຶ້ນກວ່າ 40 ຄົນ

(VOVWORLD) - ນັບມື້ນັບມີຫຼາຍຄົນແຈ້ງກ່ຽວກັບເລື່ອງມີຍາດຕິພີ່ນ້ອງຫາຍສາບສູນພາຍຫຼັງໄພພິບັດທຳມະຊາດຢູ່ເມືອງ Bone Bolango.
ຈຳນວນຜູ້ຫາຍສາບສູນພາຍຫຼັງເກີດສະພາບດິນເຊາະເຈື່ອນຢູ່ ອິນໂດເນເຊຍ ເພີ່ມຂຶ້ນກວ່າ 40 ຄົນ - ảnh 1ໄພພິບັດເກີດຂຶ້ນຢູ່ບໍ່ຄຳແຂວງ Gorontalo
(ພາບ: Al Jazeera)

        ວັນທີ 08 ກໍລະກົດ, ກຳລັງກູ້ໄພກູ້ຊີບ ອິນໂດເນເຊຍ ໃຫ້ຮູ້ວ່າ, ຈຳນວນຜູ້ຫາຍສາບສູນພາຍຫຼັງເກີດສະພາບດິນເຊາະເຈື່ອນ ແລະ ນ້ຳໄຫຼຊຸຢູ່ບໍ່ຄຳ ແຂວງ Gorontalo ຂອງປະເທດນີ້ໄດ້ເພີ່ມຂຶ້ນເປັນ 46 ຄົນ. ທ່ານ Heriyanto, ຫົວໜ້າຫ້ອງການຊອກຫາ ແລະ ກູ້ໄພກູ້ຊີບແຂວງ Gorontalo ໃຫ້ຮູ້ວ່າ, ນັບມື້ນັບມີຫຼາຍຄົນແຈ້ງກ່ຽວກັບເລື່ອງມີຍາດຕິພີ່ນ້ອງຫາຍສາບສູນພາຍຫຼັງໄພພິບັດທຳມະຊາດຢູ່ເມືອງ Bone Bolango. ບັນດາຜູ້ຖືກເຄາະຮ້າຍລວມມີ ກຳມະກອນບໍ່ແຮ່ ແລະ ຊາວບ້ານ. ໄພພິບັດເກີດຂຶ້ນໃນຈຸດເວລາທີ່ເຂົາເຈົ້າພວມພັກຜ່ອນຢູ່ບັນດາເຂດຕັ້ງຄ້າຍຢູ່ເຂດບໍ່ແຮ່.

        ໄພພິບັດເກີດຂຶ້ນໃນຈຸດເວລາທີ່ມີຝົນຕົກໜັກໃນຕອນຄ່ຳວັນທີ 06 ກໍລະກົດ. ເຈົ້າໜ້າທີ່ໄດ້ຈັດສົ່ງໜ່ວຍກູ້ໄພກູ້ຊີບລວມມີ 230 ຄົນມາສະຖານທີ່ເຊິ່ງໄດ້ຮັບຖືວ່າມີຜູ້ຖືກເຄາະຮ້າຍພວມຕິດຄ້າງ. ເຖິງຢ່າງໃດກໍ່ຕາມ, ຍ້ອນສະພາບຝົນຕົກໜັກໄດ້ກໍ່ຄວາມຫຍຸ້ງຍາກໃນການເຂົ້າເຖິງເຂດດິນເຊາະເຈື່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ