ຈຳນວນຜູ້ເສຍຊີວິດ, ຮັບບາດເຈັບ ແລະ ຖືກຕິດຄ້າງຢູ່ໃນຊາກອາຄານໃນເຫດແຜນດິນໄຫວຢູ່ ໄຕ້ຫວັນ ເພີ່ມຂຶ້ນກ່ວາ 1.000 ຄົນ

(VOVWORLD) - ຕາມຕົວເລກສະຖິຕິຫຼ້າສຸດຂອງອົງການດັງເພິງໃນເກາະ, ໄລ່ຮອດຕອນບ່າຍວັນທີ 3 ເມສາ, ມີ 10 ຄົນເສຍຊີວິດ, ກ່ວາ 934 ຄົນຖືກບາດເຈັບ ແລະ ກ່ວາ 56 ຄົນຖືກຕິດຄ້າງຢູ່ໃນຊາກອາຄານ. ບັນດາກໍລະນີເສຍຊີວິດ ແລະ ຕິດຄ້າງລ້ວນແຕ່ຢູ່ເມືອງ ຫົວຫຼຽນ, ສະຖານທີ່ໃຈກາງຂອງເຫດແຜ່ນດິນໄຫວ.
ຈຳນວນຜູ້ເສຍຊີວິດ, ຮັບບາດເຈັບ ແລະ ຖືກຕິດຄ້າງຢູ່ໃນຊາກອາຄານໃນເຫດແຜນດິນໄຫວຢູ່ ໄຕ້ຫວັນ ເພີ່ມຂຶ້ນກ່ວາ 1.000 ຄົນ - ảnh 1ຕຳຫຼວດດັບເພິງຢູ່ສະຖານທີ່ເກີດເຫດ
(ພາບ:Reuters)

ຕອນເຊົ້າວັນທີ 3 ເມສາ, ຈຳນວນຜູ້ເສຍຊີວິດ, ຮັບບາດເຈັບ ແລະ ຕິດຄ້າງຢູ່ໃນຊາກອາຄານໃນເຫດແຜ່ນດິນໄຫວຢູ່ໄຕ້ຫວັນ (ປະເທດຈີນ), ຍັງສືບຕໍ່ເພີ່ມຂຶ້ນ. ຕາມຕົວເລກສະຖິຕິຫຼ້າສຸດຂອງອົງການດັງເພິງໃນເກາະ, ໄລ່ຮອດຕອນບ່າຍວັນທີ 3 ເມສາ, ມີ 10 ຄົນເສຍຊີວິດ, ກ່ວາ 934 ຄົນຖືກບາດເຈັບ ແລະ ກ່ວາ 56 ຄົນຖືກຕິດຄ້າງຢູ່ໃນຊາກອາຄານ. ບັນດາກໍລະນີເສຍຊີວິດ ແລະ ຕິດຄ້າງລ້ວນແຕ່ຢູ່ເມືອງ ຫົວຫຼຽນ, ສະຖານທີ່ໃຈກາງຂອງເຫດແຜ່ນດິນໄຫວ. ທ່ານ ເຄືອທ໋າຍວັນ, ອະດີດຜູ້ອຳນວຍການສູນພະຍາກອນແຜ່ນດິນໄຫວຂຶ້ນກັບອົງການອຸຕຸນິຍົມ ໄຕ້ຫວັນ ໄດ້ວາດພາບເຫດແຜ່ນດິນໄຫວມີຄວາມແຮງ 7,2 ອົງສາ ຣິດເຕີ ມີກຳລັງແຮງເທົ່າກັບລູກສອນໄຟປະລະມານູປະມານ 32 ໜ່ວຍ ແລະ ຍັງອາດຈະເກີດສະພາບສັ່ນສະເທືອນທີ່ມີຄວາມແຮງ 6,5 – 7 ອົງການຣິດເຕີ ໃນເວລາ  3- 4 ວັນຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ