ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວກວ່າ 7.000 ຄົນ

ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວກວ່າ 7.000 ຄົນ - ảnh 1
(ພາບປະກອບ: AFP/TTXVN)

​(vovworld) – ຕາມ​ຕົວ​ເລກ​ລ້າ​ສຸດ​ຂອງ​ສູນຮັບ​ມື​​ສຸກ​ເສີນ​ແຫ່ງ​ຊາດ Nepal (NEOC) ​ໃນ​ວັນ​ທີ 03/05, ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດ​ແຜ່ນດິນ​ໄຫວ​ທີ່ມີ​ຄວາມ​ແຮງ 7,8 ຣິດ​ແຕ ​ເມື່ອ​ວັນ​ທີ 25/04 ຜ່ານ​ມາ ​ໄດ້​ເພີ່ມ​ຂຶ້ນກວ່າ 7.000 ຄົນ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຕຳຫຼວດ Nepal ​ໄດ້​ຊອກ​ເຫັນຊາກ​ສົບ 51 ຄົນ, ​ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 6 ຄົນ, ຢູ່​ເຂດ​ຮ່ອມ​ພູ Langtang, ຂຶ້ນ​ກັບ​ເມືອງ Rasuwa. ສະ​ນັ້ນ, ​ໄລ່​ຮອດ​ປະຈຸ​ບັນ, ມີ​ຊາກ​ສົບ​ນັກທ່ອງ​ທ່ຽວ​ຕ່າງປະ​ເທດ 54 ຄົນ ​ໄດ້​ຊອກ​ເຫັນ​ໃນ​ທົ່ວ Nepal ​ແລະ ຢ່າງ​ໜ້ອຍ​ສຸດ​ຍັງ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດອື່ນ​ອີກ 100 ຄົນ​ຖືກ​ຖື​ວ່າ​ ​ຫາຍ​ສາບ​ສູນ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ Nepal, Ram Sharan Mahat ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດ​ແຜ່ນດິນ​ໄຫວ​ຢູ່ Nepal ອາດ​ຈະເພີ່ມ​ຂຶ້ນ​ສູງ, ​ເມື່ອ​ບັນດາ​ນັກ​ກູ້​ໄພກູ້​ຊີບ​ສຳ​ພັດ​​ໄດ້​ກັບ​ບັນດາ​ໝູ່​ບ້ານທີ່​ຫ່າງ​ໄກ​ສອກ​ຫຼິກແຫ່ງ​ຕ່າງໆ.

ຂ່າວ/ບົດ​ອື່ນ