ຈຳ​ນວນ​ຜູ້​ເສຍ​ຊີ​ວິດຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ຂຶ້ນ​ເຖິງ 6 ລ້ານ​ຄົນ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 28 ກຸມພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 435.635.289 ຄົນ, ໃນນັ້ນມີຜູ້ເສຍຊີວິດ 5.967.441 ຄົນ.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ຂຶ້ນ​ເຖິງ 6 ລ້ານ​ຄົນ - ảnh 1ພາບປະກອບ: Kyodo/TTXVN

ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 80 ລ້ານຄົນ ແລະ ຜູ້ເສຍຊີວິດ ກ່ວາ 973.000 ຄົນ. ອິນເດຍ ໄດ້ຢັ້ງຢືນມີຜູ້ຕິດເຊື້ອຫຼາຍອັນດັບທີ 2 ໃນໂລກດ້ວຍຈຳນວນຜູ້ຕິດເຊື້ອເກືອບ 43 ລ້ານຄົນ. ເຖິງຢ່າງໃດກໍ່ຕາມ, ບຣາຊິນ ມີຈຳນວນຜູ້ເສຍຊີວິດຫຼາຍອັນດັບທີ 2 ໃນໂລກ ດ້ວຍຈຳນວນຜູ້ເສຍຊີວິດ ເກືອບ 650.000 ຄົນ.

ສ່ວນຢູ່ ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃນວັນທີ 28 ກຸມພາ ແລ້ວ, ນັບແຕ່ເວລາ 16 ໂມງຂອງວັນທີ 27 ກຸມພາ ຫາເວລາ 16 ໂນງຂອງວັນທີ 8 ກຸມພາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ 94.385 ຄົນຕື່ມອີກ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 27.039 ຄົນ, 108 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ