ຈຳນວນຜູ້ເສຍຊີວິດຍ້ອມການໃຊ້ຄວາມຮຸນແຮງຢູ່ອີຣັກ ໃນເດືອນ ກໍລະກົດ ແມ່ນຫຼາຍກວ່າໝູ່

ຈຳນວນຜູ້ເສຍຊີວິດຍ້ອມການໃຊ້ຄວາມຮຸນແຮງຢູ່ອີຣັກ ໃນເດືອນ ກໍລະກົດ ແມ່ນຫຼາຍກວ່າໝູ່ - ảnh 1
(ພາບປະກອບ)

(vovworld) -     ຕາມ​ຕົວ​ເລກ​ສະຖິຕິ​ໄດ້​ຍົກ​ອອກ​ມາ​ໃນ​ວັນ​ທີ 01 ສິງຫາ ຂອງ​ສະຫະ​ປະຊາ​ຊາດ, ​ໄລ່​ສະ​ເພາະເດືອນ ກໍ​ລະ​ກົດ​ຜ່ານ​ມາ, ມີ​ກວ່າ 1000 ຄົນ​ເສ​ຍຊີວິດ​ໃນ​ບັນດາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ອີຣັກ. ນີ້​ແມ່ນ​ລະດັບ​ສູງ​ສຸດໃນ​ເກືອບ 5 ປີຜ່ານ​ມາ. ຕາມ​ຖະແຫຼງການຂອງຄະນະ​ໜູນ​ຊ່ວຍ​ສະຫະ​ປະຊາ​ຊາດ​ປະຈຳ​ອີ​ຮັກ, ນະຄອນຫຼວງ ​ແບກ​ແດດ ​ແມ່ນ​ສະຖານ​​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງຢ່າງ​ໜັກໜ່ວງ​ທີ່​ສຸດ ດ້ວຍ​ຈຳນວນ​ຜູ້​ເສຍ​ຊີວິດ​ແມ່ນ 975 ຄົນ. ຜູ້​ຮັກສາ​ການຂອງ​ສະຫະ​ປະຊາ​ຊາດ​ປະຈຳ ​ແບກ​ແດດ ທ່ານ Gyorgy Busztin ສືບ​ຕໍ່​ຮຽກຮ້ອງ​ໃຫ້​ບັນດາ​ນັກກາ​ນ​ເມືອງຢູ່​ອີ​ຮັກ ມີ​ການ​ກະທຳ​ໂດຍ​ທັນທີ ​ເພື່ອ​ແນ​ໃສ່​ຢຸດຕິ​ສະພາບ​ນອງ​ເລືອດ ຢູ່​ປະ​ເທດ​ທີ່ຂາດສະຖຽນ​ລະ​ພາບ​ນີ້. ສະພາບ​ຂາດ​ຄວາມ​ສະຖຽນ​ລະ​ພາບ ແລະ ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ປະຊາ​ຄົມ​ຊາວ Sunni  ​ແລະ Shiite ​ ໄດ້​ເພີ່ມ​ຂຶ້ນນັບ​ແຕ່ທ້າຍ​ເດືອນ ທັນວາ ປີ 2012, ​ເມື່ອ​ບັນ​ດາ​ຊາວ​ມຸດ​ສະ​ລິ​ມ ນິກາຍ Sunni ​ເລີ່​ມດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານລັດຖະບານ ​ໂດຍ​ຊາວ Shiite ນຳ​ໜ້າ.

ຂ່າວ/ບົດ​ອື່ນ