ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ທົ່ວ​ໂລກ ຍ້ອນ​ໂລກ​ລະ​ບາດ ໂຄວິດ - 19 ໄດ້​ ລ​ື່ນ​ກາຍ​ລະ​ດັບ 1,5 ລ້ານ​ຄົນ​ແລ້ວ

(VOVWORLD) -ນັບແຕ່ວັນທີ 24 ພະຈິກ ຜ່ານມາ, ທົ່ວໂລກໄດ້ຢັ້ງຢືນວ່າຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ແມ່ນຫຼາຍກວ່າ 10.000 ຄົນ ຕໍ່ວັນ.
ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ທົ່ວ​ໂລກ ຍ້ອນ​ໂລກ​ລະ​ບາດ ໂຄວິດ - 19 ໄດ້​ ລ​ື່ນ​ກາຍ​ລະ​ດັບ 1,5 ລ້ານ​ຄົນ​ແລ້ວ - ảnh 1(ພາບ: AFP/TTXVN) 

ຈຳນວນຜູ້ເສຍຊີວິດໃນທົ່ວໂລກ ຍ້ອນໂລກລະບາດໂຄວິດ - 19 ໄດ້ລື່ນກາຍຕົວເລກ 1,5 ລ້ານຄົນແລ້ວ. ຕາມຕົວເລກສະຖິຕິຂອງ ສຳນັກຂ່າວສານ AFP ທີ່ໄດ້ປະກາດໃນວັນທີ 4 ທັນວາ ໃຫ້ຮູ້ວ່າ, ນັບແຕ່ວັນທີ 24 ພະຈິກ ຜ່ານມາ, ທົ່ວໂລກໄດ້ຢັ້ງຢືນວ່າຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ແມ່ນຫຼາຍກວ່າ 10.000 ຄົນ ຕໍ່ວັນ, ເຊິ່ງເປັນລະດັບສູງບັນລຸສະຖິຕິ. ອາເມລິກາ ຍັງຄົງແມ່ນປະເທດຢັ້ງຢືນມີຈຳນວນຜູ້ເສຍຊີວິດພາຍໃນວັນສູງທີ່ສຸດໃນຫຼາຍມື້ຜ່ານມາ. ໃນຂະນະນັ້ນ, ຫຼາຍປະເທດໃນໂລກພວມຍູ້ໄວລະບຽບການໃຫ້ສັດຕະຍາບັນວັກຊິນກັນພະຍາດໂຄວິດ - 19 ໂດຍໄວ ເພື່ອສາມາດຜັນຂະຫຍາຍລາຍການຊັກຢາວັກຊິນໃຫ້ໄວທີ່ສຸດ, ບັນດາມາດຕະການປ້ອງກັນ ແລະ ຄຳສັ່ງປິດລ້ອມ ຍັງສືບຕໍ່ໄດ້ຮັບຄຳເຕືອນໃຫ້ຮັກສາ ເພື່ອຈຳກັດລະດັບການແຜ່ລາມ.

ຕອບກັບ

ຂ່າວ/ບົດ​ອື່ນ