ຈຳ​ນວນຜູ້​ເສ​ຍ​ຊີ​ວິດ​ໃນ​ທົ່ວ​ໂລກ​ຍ້ອນ​ໂລກ​ລະ​ບາດ Covid – 19 ແມ່ນຫຼາຍ​ກ່​ວາ 3000 ຄົນ

(VOVWORLD) -ວັນທີ 2 ມີນາ, ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດອັກເສບປອດ Covid -19 ໃນທົ່ວໂລກໄດ້ລືນກາຍຈຳນວນ 3000ຄົນ, ພາຍຫຼັງ ຈີນປະກາດມີຜູ້ເສຍຊີວິດຕື່ມອີກ 42 ຄົນໃນວັນທີ 1 ມີນາ.
ຈຳ​ນວນຜູ້​ເສ​ຍ​ຊີ​ວິດ​ໃນ​ທົ່ວ​ໂລກ​ຍ້ອນ​ໂລກ​ລະ​ບາດ Covid – 19 ແມ່ນຫຼາຍ​ກ່​ວາ 3000 ຄົນ - ảnh 1(ພາບປະກອບ: TTXVN) 

ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນໃຫ້ຮູ້ວ່າ ບັນດາຜູ້ເສຍຊີວິດທັງໝົດລ້ວນແຕ່ຢູ່ແຂວງຮູເປີຍ, ເຊິ່ງເປັນເຂດເກີດໂລກລະບາດຢູ່ປະເທດນີ້. ໃນວັນທີ 1 ມີນາ, ຈີນ ໄດ້ຢັ້ງຢືນຜູ້ຕິດໂລກພະຍາດຕື່ມອີກ 200 ຄົນ, ຍົກຍອດຈຳນວນຜູ້ຕິດເຊື້ອຕື່ມອີກຢູ່ປະເທດນີ້ ຂຶ້ນເປັນ 80.026 ຄົນ. ນີ້ແມ່ນຕົວເລກຈຳນວນຜູ້ຕິດໂລກພະຍາດໜ້ອຍທີ່ສຸດຢູ່ຈີນ ໂດຍໄລ່ຕໍ່ວັນນັບແຕ່ທ້າຍເດືອນມັງກອນທີ່ຜ່ານມາມາຮອດປັດຈຸບັນ.

        ໃນຂະນະນັ້ນ, ການແຜ່ລະບາດຂອງໂລກລະບາດ Covid – 19 ຢູ່ບັນດາປະເທດ ເອີລົບຕາເວັນຕົກ ກໍ່ບໍ່ມີສັນຍານຫຼຸດລົງ, ເປັນຕົ້ນແມ່ນ ອີຕາລີ, ເຢຍລະມັນ, ແອັດສປາຍ ແລະ ອັງກິດ.

        ຕອນຄ່ຳວັນທີ 1 ມີນາ, ກະຊວງສາທາລະນະສຸກ ອີຕາລີໄດ້ປະກາດວ່າ ຍອດຈຳນວນຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກ 550 ຄົນ, ຍົກຈຳນວນຜູ້ຕິດເຊື້ອ Virus Sars – CoV2 ຢູ່ປະເທດນີ້ຂຶ້ນເປັນ 1688 ຄົນ, ໃນນັ້ນມີຜູ້ເສຍຊີວິດ 34 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ