ຈຳນວນຜູ້ເສຍຊີວິດໃນເຫດກໍ່າປັ່ນຈົມນ້ຳຢູ່ຈີນສືບຕໍ່ເພີ່ມຂຶ້ນ

ຈຳນວນຜູ້ເສຍຊີວິດໃນເຫດກໍ່າປັ່ນຈົມນ້ຳຢູ່ຈີນສືບຕໍ່ເພີ່ມຂຶ້ນ - ảnh 1
ກໍ່າ​ປັ່ນ​ “ຕົງ​ຟາງ​ຊືຊິງ” ຈົມ​ນ້ຳຢູ່​​ແມ່​ນ້ຳ ​ແຍງ​ຊີ
(ພາບ: AFP/ TTXVN)


​(vovworld) - ຕອນ​ບ່າຍ​ວັນ​ທີ 04/06, ກຳລັງ​ກູ້​ໄພ​ກູ້​ຊີ​ບຈີນ ​ໄດ​້ປະກາດ​ວ່າ: ​ໄດ້​ກູ້​ເອົາ​ຊີວິດ​ຂອງ 14 ຄົນ ​ແລະ ພົບ​ເຫັນຊາກ​ສົບ 75 ຄົນ​ໃນ​ເຫດກໍ່າ​ປັ່ນ​ “ຕົງ​ຟາງ​ຊືຊິງ” ຈົມ​ນ້ຳຢູ່​​ແມ່​ນ້ຳ ​ແຍງ​ຊີ ​ເມື່ອ​ວັນ​ທີ 01/06 ຜ່ານ​ມາ. ວຽກ​ງານ​ກູ້​ໄພ​ກູ້​ຊີ​ບພວມ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຮີບ​ດ່ວນ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​​ໂດ​ຍກົງ​ຂອງ​ທ່ານ​ນາຍົກລັດຖະມົນຕີຈີນ ລິ໋​ເຄີ​ສຽງ. ​ໃນ​ 3 ມື້​ຜ່ານມາ, ຈີ​ນ ​ໄດ້​ຜັນຂະຫຍາຍ​ກໍ່າ​ປັ່ນ 100 ລຳ ດ້ວຍ​ຜູ້​ເຂົ້າ​ຮ່ວມ​ການກູ້​ໄພ​ກູ້​ຊີ​ບ​ກວ່າ 4.000 ຄົນ, ​ບໍລິ​ເວນ​ຊອກ​ຫາ​ໄດ້​ຮັບ​ການ​ເປີດ​ກວ້າງ​ໄປ​ເຂດ​ລຸ່​ມ​ແມ່​ນ້ຳ 220 ກມ. ກຳລັງ​ກູ້​ໄພ​ກູ້​ຊີ​ບ ​ໄດ້ເຂົ້າ​ໃນ​ກໍ່າ​ປັ່ນ, ພ້ອມ​ທັງ​ສືບ​ຕໍ່​ຊອກ​ຫາຜູ້​ປະສົບ​ເຄາະ​ຮ້າຍ​ຢູ່​ພື້ນ​ແມ່ນ້ຳ.

ຂ່າວ/ບົດ​ອື່ນ