ຈຳນວນຜູ້ເສຍຊີວິດໄດ້ຂຶ້ນເຖິງ41ຄົນ

ຈຳນວນຜູ້ເສຍຊີວິດໄດ້ຂຶ້ນເຖິງ41ຄົນ - ảnh 1
ແຜ່ນດິນ​ໄຫວ​ຢູ່​ຍີ່ປຸ່ນ

(vovworld) - ​ແຜ່ນດິນ​ໄຫວ​ແຮງ​ທີ່​ເກີດ​ຂຶ້ນ​ພາຍ​ໃນ​ເວລາ 3 ວັນ​ຢູ່​ເກາະ Kyushu, ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ ຍີ່ປຸ່ນ, ​ໄດ້​ກໍ່​ຄວາມ​ເສຍຫາຍຢ່າງ​ໜັກໜ່ວງ​ກ່ຽວ​ກັບ​ຊີວິດອິນ​ຊີ ​ແລະ ວັດຖຸ ​ໃຫ້​ແຂວງ Kyushu ​ແລະ Kumamoto. ວົງ​ການ​ເຈົ້າ​ໜ້າ​ທີ່ ​ຍີ່ປຸ່ນ​ໃຫ້​ຮູ້​ວ່າ, ​ແຜ່ນດິນ​ໄຫວ 2 ຄັ້ງ​ໃນ​ຕອນ​ຄຳ່​ວັນ​ທີ 14/4 ​ແລະ ຮຸ່ງ​ເຊົ້າ​ວັນ​ທີ 16/4 ຢູ່​ແຂວງ Kyushu ​ໄດ້​ເຮັດ​ໃຫ້ 41 ຄົນ​ເສຍ​ຊີວິດ, 1.000 ກວ່າ​ຄົນ​ຮັບ​ບາດ​ເຈັບ. ສ່ວນ​ຢູ່​ແຂວງ Kumamoto, ປະຊາຊົນ​ປະມານ 90.000 ຄົນ​ຕ້ອງ​ໄປ​ອົບ​ພະຍົບ, ​ເຮືອນ​ຊານ 1.700 ກວ່າ​ຫຼັງ​ຖືກ​ທຳລາຍ. ທ່ານ Yosihide Suga, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານຍີ່ປຸ່ນ​, ​ໃຫ້​ຮູ້​ວ່າ ບໍ່​ມີ​ຄວາມ​ເສຍ​ຫາຍ​ຢູ່​ໂຮງງານ​ໄຟຟ້າ​ນິວຄະ​ເລຍ Sendai ຢູ່​ແຂວງ Kagoshima ​ແລະ​ໂຮງງານ​ໄຟຟ້າ​ນິວຄະ​ເລຍ Genkai ຢູ່​ແຂວງ saga. ​ໃນ​ການ​ປະຊຸມ​ຂ່າວ​ຕອນ​ຄຳ່​ວັນ​ທີ 16/4, ທ່ານ Shinzo Abe ນາຍົກລັດຖະມົນຕີ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ, ​ໂດຍ​ບໍ່​ຫົວຊາ​ຕໍ່​ດິນ​ຟ້າ​ອາກາດ​ທີ່​ຮ້າຍ​ແຮງ, ບັນດາ​ກຳລັງ​ກູ້​ໄຟ​ກູ້​ຊີບ​ຍັງ​ຄົງ​ມານະ​ພະຍາຍາມ​ຢ່າງ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະຕິບັດ​ວຽກ​ງານ.

        ກ່ຽວຂ້ອງ​ເຖິງ​ຂ່າວ​ຊາວ ຫວຽດນາມ​ຢູ່​ແຂວງ Kumamoto, ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ​ປະຈຳ​ ຍີ່ປຸ່ນ​ໃຫ້​ຮູ້​ວ່າ, ບໍ່​ມີ​ຂໍ້​ມູນ​ໃດ​ກ່ຽວ​ກັບ ຊາວ ຫວຽດນາມ​ຖືກ​ເສຍ​ຊີວິດ ​ແລະ ​ຮັບ​ບາດ​ເຈັບ​ໃນ​ເຫດ​ແຜ່ນດິນ​ໄຫວ​ທັງ​ສອງ​ຄັ້ງ​ນີ້​ເທື່ອ.

        ​ເມື່ອ​ໄດ້​ຮັບ​ຂ່າວ​ແຜ່ນ​ດິນ​ໄຫວ​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຢູ່​ແຂວງ Kumamoto, ປະ​ເທດ​ຍີ່ປຸ່ນ. ວັນ​ທີ 16/4, ທ່ານ ຫງວຽນ​ຊວນ​ຟຸກ ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ສົ່ງ​ສານ​ຢື້​ຢາມ​ຖາມ​ຂ່າວ​ເຖິງທ່ານ Shinzo Abe ນາຍົກລັດຖະມົນຕີ ຍີ່ປຸ່ນ.​​ໃນ​ວັນ​ດຽວ​ກັນ​ທ່ານ ຟ້າ​ມບິ່ງ​ມິ​ງ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ກໍ່​ໄດ້ສົ່ງ​ສານ​ຢື້​ຢາມ​ຖາມ​ຂ່າວ​ເຖິງທ່ານ Fumio Kishida ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ