ຈຳນວນພາລະກອນກູ້ໄພກູ້ຊີບເສຍຊີວິດຍ້ອນການປະທະກັນໃນໂລກມີຕົວເລກສູງລະດັບສະຖິຕິ

(VOVWORLD) - ມີພາລະກອນກູ້ໄພກູ້ຊີບກວ່າ 280 ຄົນຖືກເສຍຊີວິດຢູ່ 33 ປະເທດໃນປີ 2023, ສູງກວ່າທົບ 2 ເທົ່າເມື່ອທຽບໃສ່ປີ 2022.
ຈຳນວນພາລະກອນກູ້ໄພກູ້ຊີບເສຍຊີວິດຍ້ອນການປະທະກັນໃນໂລກມີຕົວເລກສູງລະດັບສະຖິຕິ - ảnh 1(ພາບປະກອບ: UNHCR)

        ຕາມຖະແຫຼງການໄດ້ຍົກອອກມາໃນບົດລາຍງານວັນທີ 19 ສິງຫາ ຂອງຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງສະຫະປະຊາຊາດ (OCHA) ແລ້ວ, ມີພາລະກອນກູ້ໄພກູ້ຊີບກວ່າ 280 ຄົນຖືກເສຍຊີວິດຢູ່ 33 ປະເທດໃນປີ 2023, ສູງກວ່າທົບ 2 ເທົ່າເມື່ອທຽບໃສ່ປີ 2022. OCHA ໃຫ້ຮູ້ວ່າ, ຈຳນວນພາລະກອນທີ່ຖືກເສຍຊີວິດກວ່າເຄິ່ງໜຶ່ງໃນ 3 ເດືອນທຳອິດແມ່ນເມື່ອເກີດການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ, ເລີ່ມແຕ່ເດືອນ ຕຸລາ 2023, ສາຍເຫດເປັນຕົ້ນຕໍແມ່ນຍ້ອນບັນດາການບຸກໂຈມຕີທາງອາກາດ. ຕາມ OCHA ແລ້ວ, ຈຳນວນພາລະກອນກູ້ໄພກູ້ຊີບເສຍຊີວິດໃນປີ 2024 ອາດຈະມີຕົວເລກທີທີ່ສູງກວ່າ, ເມື່ອໄລ່ຮອດວັນທີ 07 ສິງຫາ, ມີພາລະກອນກູ້ໄພກູ້ຊີບທີ່ເສຍຊີວິດແມ່ນ 172 ຄົນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ