ຈຳ​ນວນ​ເງິນ​​ປະ​ກອບ​ສ່ວນ​ໃຫ້ ປ​ຊ​ຊ ຖືກ​ຜົນ​ສະ​ທ້ອນ​ຈາກ​ພະ​ຍຸ​ເລກ​ທີ 3 ແມ່ນ 31,5 ລ້ານ USD

(VOVWORLD) - ຄະນະຂົນຂວາຍກູ້ຊ່ວຍສູນກາງ ໄດ້ມີຂໍ້ຕົກລົງຈັດແບ່ງ ແລະ ເຮັດລະບຽບການເພື່ອໂອນເງິນໃຫ້ຄະນະກູ້ຊ່ວຍບັນດາທ້ອງຖິ່ນ.

    ຕາມຂ່າວຈາກຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລ້ວ, ໄລ່ຮອດ 17 ໂມງຂອງວັນທີ 13 ກັນຍາ, ບັດດາອົງການຈັດຕັ້ງ, ສ່ວນບຸກຄົນ ໄດ້ໂອນເຂົ້າບັນຊີຂອງຄະນະຂົນຂວາຍກູ້ຊ່ວຍສູນກາງ ແມ່ນ 31,5 ລ້ານ USD ເພື່ອຊ່ວຍເຫຼືອ ປຊຊ ຜູ້ຖືກຜົນສະທ້ອນຈາກພະຍຸເລກທີ 3. ຄະນະຂົນຂວາຍກູ້ຊ່ວຍສູນກາງ ໄດ້ມີຂໍ້ຕົກລົງຈັດແບ່ງ ແລະ ເຮັດລະບຽບການເພື່ອໂອນເງິນໃຫ້ຄະນະກູ້ຊ່ວຍບັນດາທ້ອງຖິ່ນ ແລະ ສືບຕໍ່ສຳຫຼວດກວດກາ ເພື່ອຈັດແບ່ງໃຫ້ທ້ອງຖິ່ນຖືກເສຍຫາຍໂດຍໄວ. ຄຽງຄູ່ກັນນັ້ນ, ແນວໂຮມປະເທດຊາດ ຫວຽດນາມ ຍາມໃດກໍ່ຈະຮັບບັນດາສວ່ນບຸກຄົນ, ອົງການຈັດຕັ້ງມາປະກອບໃນທຸກວັນ, ບໍ່ມີວັນພັກ.

ຕອບກັບ

ຂ່າວ/ບົດ​ອື່ນ