ຈຳນວນແຂກທ່ອງທ່ຽວ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ຕ່າງປະເທດມາຢ້ຽມຢາມວິຫານຮຸ່ງ ນັບມື້ນັບເພີ່ມຂຶ້ນ

(VOVWORLD) - ພິທີແຫ່ວໍ ກັບເມືອວິຫານ ຮຸ່ງ ໃນວັນບູຊາເຈົ້າຊີວິດຮຸ່ງ ແມ່ນພິທີກຳທີ່ເປັນປະເພນີໄດ້ຮັບການອະນຸລັກຮັກສານັບພັນປີມານີ້, ສະແດງໃຫ້ເຫັນລັກສະນະວົງຄະນະຍາດສູງທີ່ສຸດ

ພິທີແຫ່ວໍ ກັບເມືອວິຫານ ຮຸ່ງ, ເຊິ່ງເປັນການເຄື່ອນໄຫວນອນໃນຂອບເຂດພິທີໄຫວ້ບູຊາເຈົ້າຊີວິດຮູ່ງ ແລະ ງານບຸນວິຫານຮູ່ງ ໄດ້ຮັບການຈັດຕັ້ງໃນວັນທີ 23 ເມສາ (ກົງກັບວັນທີ 8 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ, ແຂວງ ຟູ໋ເທາະ.

ພິທີແຫ່ວໍ ກັບເມືອວິຫານ ຮຸ່ງ ໃນວັນບູຊາເຈົ້າຊີວິດຮຸ່ງ ແມ່ນພິທີກຳທີ່ເປັນປະເພນີໄດ້ຮັບການອະນຸລັກຮັກສານັບພັນປີມານີ້, ສະແດງໃຫ້ເຫັນລັກສະນະວົງຄະນະຍາດສູງທີ່ສຸດ, ຈຸດວັດທະນະທຳດີເດັ່ນ, ເປັນເອກະລັກສະເພາະຂອງຊາດ, ສ້າງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນເຊີດຊູຄຸນຄ່າ “ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ ຢູ່ ຟູ໋ເທາະ” ໂດຍອົງການ UNESCO ຮັບຮອງວ່າເປັນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ.

ຕາມຄະນະຈັດຕັ້ງງານບຸນແລ້ວ, ປີນີ້, ພໍ່ແມ່ປະຊາຊົນ ແລະແຂກທ່ອງທ່ຽວມາຢ້ຽມຢາມ ວິຫານຮູ່ງ ມີທ່າອ່ຽງເພີ່ມຂຶ້ນ. ທ່ານ ຫງວຽນຢູຍແອງ, ຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານ ວິຫານຮຸ່ງ, ໃຫ້ຮູ້ວ່າ:

“ນັບແຕ່ເມື່ອການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງໄດ້ຮັບການຮັບຮອງເອົາຈາກອົງການ UNESCO ວ່າເປັນມໍລະດົກວັດທະນະທຳບໍ່ມີເປັນວັດຖຸເປັນຕົວແທນໃຫ້ມວນມະນຸດນັ້ນ, ຈຳນວນແຂກທ່ອງທ່ຽວຕ່າງປະເທດ ມາຢ້ຽມຢາມວິຫານຮຸ່ງໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ພິເສດແມ່ນຈຳນວນພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມາເຂົ້າຮ່ວມບັນດາການເຄື່ອນໄຫວນອນໃນຂອບເຂດງານບຸນວິຫານຮຸ່ງ ແມ່ນໃຫຍ່ຫຼວງຫຼາຍ. ຕາມຂ້າພະເຈົ້າແລ້ວ, ພື້ນຖານໂຄງລ່າງ, ຖະໜົນຫົນທາງໄປ - ມາສະດວກກ່ວາ, ລະດັບຊີວິດການເປັນຢູ່ສູງກ່ວາ ດັ່ງນັ້ນ, ພໍ່ແມ່ປະຊາຊົນຈຶ່ງມາເຂົ້າຮ່ວມງານບຸນນັບມື້ນັບຫຼາຍກ່ວາ. ແລະພິເສດ, ວຽກງານໂຄສະນາເຜີຍແຜ່ກ່ຽວກັບວິຫານຮຸ່ງ ແລະ ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງຂອງແຂວງ ຟູ໋ເທາະ, ຂອງຄະນະຈັດຕັ້ງ, ຂອງເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ ໄດ້ປະຕິບັດເປັນຢ່າງດີ. ພໍ່ແມ່ປະຊາຊົນມາຢ້ຽມຢາມວິຫານຮຸ່ງ ກໍ່ຮູ້ສຶກອຸ່ນອ່ຽນໃຈ.”

ຕອບກັບ

ຂ່າວ/ບົດ​ອື່ນ