ຈຳນວນແຂກທ່ອງທ່ຽວ ສ ເກົາຫຼີ ມາ ຫວຽດນາມ ນັບມື້ນັບເພີ່ມຂຶ້ນ

(VOVWORLD) - ດ້ວຍຄວາມເປັນຫຼາຍຮູບຫຼາຍແບບຂອງບັນດາສະຖານທີ່ທ່ອງທ່ຽວ ຢູ່ ຫວຽດນາມ, ແຂກທ່ອງທ່ຽວ ສ ເກົາຫຼີ ນັບມື້ນັບມີທ່າອ່ຽງມາຢາມບັນດານະຄອນທີ່ແຕກຕ່າງກັນ.
 
ຈຳນວນແຂກທ່ອງທ່ຽວ ສ ເກົາຫຼີ ມາ ຫວຽດນາມ ນັບມື້ນັບເພີ່ມຂຶ້ນ - ảnh 1ພາບປະກອບ

ວັນທີ 29 ທັນວາ, ປະຕູຖານຂໍ້ມູນຂອງກະຊວງພື້ນຖານໂຄງລ່າງ ແລະ ຄົມມະນາຄົມ ສ ເກົາຫຼີ ໃຫ້ຮູ້ວ່າ: ມີແຂກທ່ອງທ່ຽວ ສ ເກົາຫຼີ ມາທ່ອງທ່ຽວຢູ່ ຫວຽດນາມ ໃນໄລຍະແຕ່ເດືອນ ມັງກອນ ຫາເດືອນ ພະຈິກ ລວມທັງໝົດກ່ວາ 7,3 ລ້ານເທື່ອຄົນ, ເພີ່ມຂຶ້ນ 220% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ບັນດາສະຖານທີ່ຄື: ຝູກວັກ, ດາລາດ, ຍາຈາງ ແມ່ນບັນດາສະຖານທີ່ທ່ອງທ່ຽວ ຢູ່ ຫວຽດນາມ ທີ່ແຂກທ່ອງທ່ຽວ ສ ເກົາຫຼີ ນິຍົມມາທ່ຽວທີ່ສຸດ.

        ດ້ວຍຄວາມເປັນຫຼາຍຮູບຫຼາຍແບບຂອງບັນດາສະຖານທີ່ທ່ອງທ່ຽວ ຢູ່ ຫວຽດນາມ, ແຂກທ່ອງທ່ຽວ ສ ເກົາຫຼີ ນັບມື້ນັບມີທ່າອ່ຽງມາຢາມບັນດານະຄອນທີ່ແຕກຕ່າງກັນ. ຕາມນັ້ນແລ້ວ, ບັນດາບໍລິສັດການບິນກໍ່ເປີດກ້ວາງສາຍການບິນຢ່າງວ່ອງໄວ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການດ້ານການທ່ອງທ່ຽວໄປຍັງບັນດາສະຖານທີ່ຫາກໍ່ພົ້ນເດັ່ນຢູ່ ຫວຽດນາມ. ວັນທີ 24 ທັນວາ, ບໍລິສັດການບິນ Jin Air (ສ ເກົາຫຼີ) ໄດ້ເປີດສາຍການບິນໃໝ່ຈາກສະໜາມບິນ ສາກົນ Incheon (ນະຄອນຫຼວງ ເຊີອຸນ, ສ ເກົາຫຼີ) ໄປຍັງ ເມືອງເກາະ ຝູກວັກ. ບັນດາຖ້ຽວບິນທຳອິດຂອງສາຍການບິນນີ້ກໍ່ລ້ວນແຕ່ຈອງບ່ອນນັ່ງເຕັມໝົດ, ສະແດງໃຫ້ເຫັນຄວາມດູດດື່ມຂອງສາຍການບິນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ