ຈຳ​ນວນແຂກ​ທ່ອງ​ທ່ຽວ​ມາ​ ກວາງ​ນາມ ເພີ່ມ​ຂຶ້ນ​ທົບ 13 ເທົ່າ ເມ​ື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021

(VOVWORLD) -  9 ເດືອນຕົ້ນປີ 2022, ແຂວງ ກວາງນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 4,3 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 13 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຈຳ​ນວນແຂກ​ທ່ອງ​ທ່ຽວ​ມາ​ ກວາງ​ນາມ ເພີ່ມ​ຂຶ້ນ​ທົບ 13 ເທົ່າ ເມ​ື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021 - ảnh 1ຕົວເມືອງເກົ່າ ໂຮ້ຍອານ (ພາບ: VOV)

ບັນລຸໄດ້ການເຕີບໂຕທີ່ໜ້າປະທັບໃຈນີ້ ກໍຍ້ອນມີຫຼາກຫຼາຍກິດຈະກຳໄດ້ຈັດຂຶ້ນໃນປີທ່ອງທ່ຽວແຫ່ງຊາດ - ກວາງນາມ ປີ 2022 ພ້ອມດ້ວຍມາດຕະການກະຕຸ້ນການທ່ອງທ່ຽວ. ໃນຈຳນວນແຂກທ່ອງທ່ຽວເຫຼົ່ານັ້ນ ມີແຂກທ່ອງທ່ຽວສາກົນ 411 ພັນເທື່ອຄົນ, ເພີ່ມຂຶ້ນທົບ 26 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ພາຍຫຼັງທີ່ເປີດປະຕູຮັບໃຊ້ການບໍລິການທ່ອງທ່ຽວຄືນໃໝ່ຢ່າງເປັນທາງການ, ແຂວງ ກວາງນາມ ໄດ້ເປັນເຈົ້າການຊຸກຍູ້ການສົ່ງເສີມ, ຮ່ວມສຳພັນກັບທ່ອງຖິ່ນຕ່າງໆຢູ່ເຂດພາກກາງ ຈັດກິດຈະກຳຕ່າງໆເພື່ອໂຄສະນາການທ່ອງທ່ຽວ. ເລື່ອງສ້າງການຮ່ວມສຳພັນລະຫວ່າງເຂດເສດຖະກິດຈຸດສຸມຢູ່ພາກກາງ ກັບສອງສະຖານທີ່ທ່ອງທ່ຽວໃຫຍ່ອັນດັບຕົ້ນໆຄື ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ແມ່ນໄດ້ດຶງດູດແຂກທ່ອງທ່ຽວຢູ່ພາຍໃນປະເທດມາ ກວາງນາມ ແລະ ເຂດພາກກາງໄດ້ຫຼາຍພໍສົມຄວນ. ນອກຈາກມໍລະດົກວັດທະນະທຳໂລກ 2 ແຫ່ງຄື ຕົວເມືອງເກົ່າ ໂຮ້ຍອານ ແລະ ເຂດຫໍທາດ ໝີເຊີນແລ້ວ, ແຂວງ ກວາງນາມ ຍັງໄດ້ສຸມໃສ່ກໍ່ສ້າງ, ເປີດກວ້າງລາຍການທ່ອງທ່ຽວ ດ້ວຍສະຖານທີ່ທ່ອງທ່ຽວ, ການບໍລິການສີຂຽວ ແລະ ເປັນເອກະລັກສະເພາະ ເພື່ອສ້າງຄວາມດູດດື່ມໃຫ້ແກ່ແຂກທ່ອງທ່ຽວພາຍໃນປະເທດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ