ຈຳນວນແຂກທ່ອງທ່ຽວສາກົນບັນລຸລະດັບສະຖິຕິ

ຈຳນວນແຂກທ່ອງທ່ຽວສາກົນບັນລຸລະດັບສະຖິຕິ - ảnh 1
ແຂກທ່ອງທ່ຽວຢູ່ບັງກອກ, ປະເທດໄທ
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

(vovworld) –  ຕາມ​ຕົວ​ເລກຫຼ້າ​ສຸດ​ຂອງ​ອົງການ​ທ່ອງ​ທ່ຽວ​ສາກົນ ຂຶ້ນ​ກັບ ສະຫະ​ປະຊາ​ຊາດ (UNWTO) ​ແລ້ວ, ຈຳນວນ​ແຂກ​ທ່ອງ​ທ່ຽວ​ສາກົນ​ໄດ້​ເພີ່ມ​ຂຶ້ນ 4,4% ​ໃນ​ປີ 2015 ​ແລະ ບັນລຸ​ລະດັບ​ສະຖິຕິ​ແມ່ນ 1,18 ຕື້​ເທື່ອ​ຄົນ ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ. ນີ້​ແມ່ນ​ປີ​ທີ 6 ຢ່າງ​ລຽນຕິດ​ທີ່ຂະ​ແໜງ​ທ່ອງ​ທ່ຽວ​ສາກົນ​ມີ​ຈຳນວນ​ແຂກ​ທ່ອງ​ທ່ຽວ​ບັນລຸ​ລະດັບ​ເຕີບ​ໂຕ​ສູງ​ກ່ວາລະ​ດັບ​ເຕີບ​​ໂຕ​ສະ​ເລ່ຍ ນັບ​ແຕ່​ວິ​ກິດ​ການ​ດ້ານ​​ເສດຖະກິດ​ເມື່ອ​ປີ 2009.​ ​ໃນ​ບົດ​ລາຍ​ງານ​ທີ່ຍົກ​ອອກ​ມາ​ເມື່ອ​ວັນ​ທີ 18/1, UNWTO ​ໃຫ້​ຮູ້​ວ່າ: ປະລິມ​ານ​ແຂກ​ທ່​ອງທ່ຽວ​ສາກົນ​ມາ​ຢ້ຽມຢາມ ​ເອີ​ລົບ, ອາຊີ - ປາຊີ​ຟິກ ​ແລະ ທະວີບ ອາ​ເມ​ລິ​ກາ ​ໄດ້​ເພີ່ມ​ຂຶ້ນ 5%. ສະ​ເພາະ​ ​ເຂດອາບຟຣີກາ​ເໜືອ ​​ແມ່ນ​ຫລຸ​ດລົງ 8%, ຍ້ອນ​ມີ​ບາງ​ປະ​ເທດ​ຄື: Tunisia ພວມ​ຖືກ​​ຜົນສະທ້ອນ​ຢ່າງ​ໜັກໜ່ວງ​ຈາກ​ກາ​ນບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ. ລະດັບ​ເຕີບ​ໂຕ​ດ້ານ​ຈຳນວນແຂກ​ທ່ອງ​ທ່ຽວ​ສາກົນ​​ໃນ​ຂອບ​ເຂດ​ທົ່ວ​​ໂລກ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າແມ່ນ​ສັນຍານ​ທີ່ຕັ້ງໜ້າ​ສຳລັບ​ທົ່ວ​ໂລກ​ຍ້ອນ​ຂົງ​ເຂດທ່ອງ​ທ່ຽວ​ໄດ້​ປະກອບສ່ວນ​ນັບ​ມື້​ນັບ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ, ຊຸກຍູ້​ດ້ານການ​ຄ້າ ​ແລະ ການລົງທຶນ, ການພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ​ການເຕີບ​ໂຕດ້ານ​ເສດຖະກິດ.


ຂ່າວ/ບົດ​ອື່ນ