ຈຳ​ໜ່າຍ​ຊຸດ​ສະ​ແຕມ “ວັດ​ຖຸ​ອັນປະ​ເສີດ​ແຫ່ງ​ຊາດ (ຊຸດທີ 3): ເຄື່ອງ​ປັ້ນ​ດິນ​ເຜົາ”

(VOVWORLD) - ໃນວັນທີ 28 ກໍລະກົດ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ບໍລິສັດໃຫຍ່ໄປສະນີ ຫວຽດນາມ ໄດ້ຈຳໜ່າຍຊຸດສະແຕມ “ວັດຖຸອັນປະເສີດແຫ່ງຊາດ (ຊຸດທີ 3): ເຄື່ອງປັ້ນດິນເຜົາ”. 

ເພື່ອແນໃສ່ສືບຕໍ່ເຊີດຊູ, ໂຄສະນາ ແລະ ແນະນຳບັນດາຈຸດພົ້ນເດັ່ນ, ທີ່ເປັນເອກະລັກສະເພາະທີ່ມີຄ່າຂອງ ວັດຖຸອັນປະເສີດ ອອກສູ່ມະຫາຊົນທັງຢູ່ພາຍໃນປະເທດ ແລະ ສາກົນ, ໃນວັນທີ 28 ກໍລະກົດ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ບໍລິສັດໃຫຍ່ໄປສະນີ ຫວຽດນາມ ໄດ້ຈຳໜ່າຍຊຸດສະແຕມ “ວັດຖຸອັນປະເສີດແຫ່ງຊາດ (ຊຸດທີ 3): ເຄື່ອງປັ້ນດິນເຜົາ”. ຊຸດສະແຕມ ມີ 4 ຮູບແບບ, ແນະນຳບັນດາວັດຖຸອັນປະເສີດ ລວມມີ: ໂຖເຄື່ອງປັ້ນດິນເຜົາ ເດົາຣຳ, ຊຸດສະສົມໂຖເຄື່ອງປັ້ນດິນເຜົາ ລອງແທງ, ໂຖເຄື່ອງປັ້ນດິນເຜົາ ເຍິນແທງ, ໂຖເຄື່ອງປັ້ນດິນເຜົາ ຮວາເນົາ ໂດຍຈິດຕະກອນ ຫງວຽນຢູ (ບໍລິສັດໃຫຍ່ໄປສະນີ ຫວຽດນາມ) ອອກແບບໃນຂະໜາດ 37x37 mm. ຮູບພາບຂອງວັດຖຸອັນປະເສີດ ໂດຍຫໍພິພິທະພັນແຂວງກ໋ວາງນິງ, ຫໍພິພິທະພັນນະຄອນເກິ່ນເທີ, ຫໍພິພິທະພັນ ສັງລວມແຂວງ ກ໋ວາງງາຍ, ຫໍພິພິທະພັນປະຫວັດສາດແຫ່ງຊາດສະໜອງ ແລະ ອະນຸຍາດນຳໃຊ້ເພື່ອແນະນຳໃນສະແຕມໄປສະນີ. ຊຸດສະແຕມໄດ້ນຳອອກຈຳໜ່າຍແຕ່ວັນທີ 28 ກໍລະກົດ ຫາວັນທີ 30 ມິຖຸນາ ປີ 2026.

ຕອບກັບ

ຂ່າວ/ບົດ​ອື່ນ