ຈຳໜ່າຍຜະລິດຕະພັນກະເສດຕໍ່ໜ້າສະພາບການສັບສົນຂອງໂລກລະບາດໂຄວິດ-19

(VOVWORLD) -ກອງປະຊຸມໄດ້ສຸມໃສ່ປຶກສາຫາລືມາດຕະການຊຸກຍູ້ການບໍລິໂພກຜະລິດຕະພັນກະເສດຢູ່ບາງທ້ອງຖິ່ນທີ່ພວມກ້າວເຂົ້າຈຸດສຸມຂອງລະດູການເກັບກຽວ.
ຈຳໜ່າຍຜະລິດຕະພັນກະເສດຕໍ່ໜ້າສະພາບການສັບສົນຂອງໂລກລະບາດໂຄວິດ-19 - ảnh 1ກອງປະຊຸມທາງອອນລາຍກ່ຽວກັບ “ການຊຸກຍູ້ການຈຳໜ່າຍຜະລິດຕະພັນກະເສດໃນເງື່ອນໄຂເກີດໂລກລະບາດໂຄວິດ-19”
(ພາບ: qdnd.vn)

ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຂຊົນນະບົດຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການສູນກາງ ແລະ ບັນດາທ້ອງຖິ່ນ; ສະຫະສະມາຄົມຂະແໜງສິນຄ້າ ໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບ “ການຊຸກຍູ້ການຈຳໜ່າຍຜະລິດຕະພັນກະເສດໃນເງື່ອນໄຂເກີດໂລກລະບາດໂຄວິດ-19”. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືມາດຕະການຊຸກຍູ້ການບໍລິໂພກຜະລິດຕະພັນກະເສດຢູ່ບາງທ້ອງຖິ່ນທີ່ພວມກ້າວເຂົ້າຈຸດສຸມຂອງລະດູການເກັບກຽວ.

        ເມືຶ່ອໃຫ້ຂໍ້ສັງເກດກ່ຽວກັບສະພາບການຜະລິດ ແລະ ສົ່ງອອກຢູ່ບັນດາທ້ອງຖິ່ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຍົກອອກຂໍ້ຄົງຄ້າງກ່ຽວກັບ: ທຶນສິນເຊື່ອ; ລາຍຈ່າຍໃນການຜະລິດ, ພາສີ, ລາຍຈ່າຍ; ສ້າງຄວາມສະດວກໃຫ້ແກ່ການແລກປ່ຽນສິນຄ້າ; ຮັບປະກັນແຫຼ່ງສະໜອງວັດຖຸດິບສົ້ນເຂົ້າໃຫ້ແກ່ການຜະລິດ…

        ຕໍ່ໜ້າບັນດາສິ່ງທ້າທາຍເຊິ່ງຂົງເຂດກະສິກຳພວມປະເຊີນໜ້າເພື່ອບັນລຸໄດ້ເປົ້າໝາຍຄວຍຄູ່ເຊິ່ງພັກ, ລັດຖະບານ, ນາຍົກລັດຖະມົນຕີມອບໝາຍໃຫ້ນັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດສະເໜີໃຫ້ບັນດາກະຊວງ, ຂະແໜງການຈົ່ງພ້ອມກັບແກ້ໄຂບັນດາຄວາມຫຍຸ້ງຍາກດ້ານພາສີ, ບ້ວງສິນເຊື່ອໃຫ້ຂົງເຂດການຜະລິດ, ປຸງແຕ່ງ, ຮັກສາ ແລະ ສົ່ງອອກຜະລິດຕະພັນກະເສດ; ສ້າງເງື່ອນໄຂໃນການສົ່ງອອກ; ຊຸກຍູ້ການບໍລິໂພກຢູ່ພາຍໃນປະເທດຢ່າງຮອບດ້ານ… ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເຈິ່ນແທ່ງນາມ, ເນັ້ນໜັກວ່າ:

“ໂດຍຜ່ານປີ 2020, ບັນດາທ້ອງຖິ່ນໄດ້ເປັນເຈົ້າການສ້າງບັນດາແຜນການຈຳໜ່າຍຜະລິດຕະພັນກະເສດ ສະເໜີສືບຕໍ່ເສີມຂະຫຍາຍ, ໂດຍສະເພາະແມ່ນບັນດາທ້ອງຖິ່ນມີເຂດວັດຖຸດິບກວ້າງໃຫຍ່ໃກ້ຈະເກັບກ່ຽວແລ້ວ. ຕາມນັ້ນແລ້ວ, ຕ້ອງມີບັນດາແຜນການລະອຽດເພື່ອໜູນຊ່ວຍໃຫ້ແກ່ບັນດາຮາກຖານຜະລິດ, ຊາວກະສິກອນ, ສະຫະກອນ ແລະ ວິສາຫະກິດ ເພື່ອຍູ້ໄວການຈຳໜ່າຍຜະລິດຕະພັນກະເສດ ຫຼີກລ້ຽງເລື່ອງສິນຄ້າຖືກຄ້າງໄວ້ຄືເມື່ອກ່ອນນີ້”.

        ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈະສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ ສ້າງຕັ້ງໜ່ວຍປະຕິບັດງານລະຫວ່າງຂະແໜງ ເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການຜະລິດ ແລະ ຈຳໜ່າຍຜະລິດຕະພັນ, ພິເສດແມ່ນຢູ່ບັນດາດ່ານຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ