ຈຳໜ່າຍພັນທະບັດລັດຖະບາຍລວມມູນຄ່າ 170.000 ຕື້ດົ່ງແຕ່ຕ້ອງເລືອກເຟັ້ນໂຄງການລົງທຶນຢ່າງລະອຽດ

ຈຳໜ່າຍພັນທະບັດລັດຖະບາຍລວມມູນຄ່າ 170.000 ຕື້ດົ່ງແຕ່ຕ້ອງເລືອກເຟັ້ນໂຄງການລົງທຶນຢ່າງລະອຽດ - ảnh 1
ພາບປະກອບ

(vovworld) – ຈຳໜ່າຍພັນທະບັດ​ລັດຖະບານລວມມູນ​ຄ່າ 170.000 ຕື້​ດົ່ງ​​ແຕ່​ຕ້ອງ​ເລືອກ​ເຟັ້ນ​ໂຄງການ​ລົງທຶນ​ຢ່າງ​ລະອຽດ, ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ທີ່​ວາລະ​ປຶກສາ​ຫາລື​ຢູ່​ໜ່ວຍ​​ໃນ​ຕອນ​ເຊົ້າ​ວັນ​ທີ 25/10 ​ເມື່ອພິຈາລະນາ​ວິທີ​ຈຳໜ່າຍ​ພັນທະບັດ​ລັດຖະບານລວມມູນ​ຄ່າ 170.000 ຕື້​ດົ່ງ​ໄລຍະ 2014 – 2016. ຕາມ​ ສສຊ ຫຼາຍ​ທ່ານ​ແລ້ວ, ວຽກ​ງານ​ນີ້​ເພື່ອ​ແນ​ໃສ່​ເພີ່ມ​ເຕີມ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ລົງທຶນ​ພັດທະນາ​ພື້ນຖານ​ເສດຖະກິດ, ກໍ່ສ້າງ​ລະບົບ​​ໂຄງ​ປະກອບ​ພື້ນຖານ​ໂຄງ​ລ່າງ ​ແລະ ສືບ​ຕໍ​ປະຕິບັດ​ບັນດາ​ໂຄງການ​ພວມ​ລົງທຶນ​ກໍ່ສ້າງ.

        ​ເມື່ອ​ຕີ​ລາຄາ​ກ່ຽວກັບ 3 ປີ​ແຫ່ງ​ການ​ປະຕິບັ​​ດໂຄງການ​ຈຸດໝາຍ​​ແຫ່ງ​ຊາດ​ໄລຍະ 2011 – 2015, ບັນດາ ສສຊ ຖື​ວ່າ ​ໂຄງການ​ບັນ​ລຸ​ໄດ້​ບັນດາ​ໝາກຜົນ​ເປັນ​ໜ້າ​ຊືນ​ຊົມ​ໃນ​ການ​ຮັບປະກັນ​ຊີວິດ​ສັງຄົມ, ພັດທະນາ, ກໍ່ສ້າງ​ຊົນນະ​ບົດ​ໃໝ່. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ 2 ປີ​ຈະ​ມາ​ເຖິງ, ຄວນ​ສ້າງ​ໂຄງ​ປະກອບ​ບັນດາ​ໂຄງການ​ຄືນ​ໃໝ່ ​ແລະ ມີ​ກົນ​ໄກ​ຕິດຕາມ​ກວດກາ​ເພື່ອ​ໂຄງການ​ບັນລຸ​ໝາກຜົນ​ສູງ​ກ່ວາ. ທ່ານ ​ເຈີ່ນ​ກວກ​ຕ໋ວນ, ສສຊ ​ແຂວງ ຈ່າ​ວີ​ງ, ສະ​ເໜີ​ວ່າ:

        “ພວກ​ເຮົາ​ຄວນ​ຮັດ​ແໜ້ນ​ການ​ຄຸ​້ມຄອງ​ບັນດາ​ໂຄງການ​ນີ້​ຕາມ​ທິດ​ປະກາດ​ໃຊ້​ກອບ​ຂໍ້​ກຳນົດຕິດຕາມ​ກວດກາ. ຂ້າພະ​ເຈົ້າ​ກໍ່​ສະ​ເໜີ​ຄວນ​ມີ​ກົນ​ໄກ​ຄຸ້ມ​ຄອງ​ແບ່ງ​ຂັ້ນ, ຈັດ​ແບ່ງ​ວຽກງານ​ລະອຽດລະຫວ່າງ​ບັນດາ​ກະຊວງ, ຂະ​​ແໜງ​ການ​ສູນ​ກາງ ກັບ ທ້ອງ​ຖິ່ນ. ຄວນ​ປະສົມ​ປະສານບັນດາ​ໂຄງການ​ພາກສ່ວນກັບ​ບັນດາ​ໂຄງການ​ພາລະກິດຢູ່​ທ້ອງ​ຖິ່ນ. ຫຼື​ລະຫວ່າງ​ບັນດາ​ໂຄງການ​ພາກສ່ວນ​ຂອງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​​​ເຂົ້າ​ນຳ​ກັນ​ເພື່ອຜັນຂະຫຍາຍ​ໃນ​ທ້ອງ​ຖິ່ນ​ດຽວ​”

        ກ່ຽວ​ກັບ​ວິທີ​ຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2014, ສສຊ ບາງ​ທ່ານ​ຖື​ວ່າ: ​ເລື່ອງ​ຈັດ​ແບ່ງ​ງົບປະມານ​ບໍ່​ຄວນ​ປະຕິບັດ​ແບບ​ຄິດ​ສະ​ເລ່ຍ ​ແລະ ຈັດ​ແບ່ງ​ຢ່າງ​ສະໝຳ່ສະ​ເໝີ.

 

ຂ່າວ/ບົດ​ອື່ນ