ຈໍເຈຍ ປະກາດໝາກຜົນເບື້ອງຕົ້ນ ຂອງການເລືອກຕັ້ງສະພາແຫ່ງຊາດ

ຈໍເຈຍ ປະກາດໝາກຜົນເບື້ອງຕົ້ນ   ຂອງການເລືອກຕັ້ງສະພາແຫ່ງຊາດ  - ảnh 1
ທ່ານ Bidzina Ivanishvili ການນຳຝ່າຍຄ້ານ
ພາບ:AFP/TTXVN

(vovworld) - ຕອນ​ຄ່ຳວັນ​ທີ 3/10, ຄະນະ​ກຳມະການ​​ເລືອກ​ຕັ້ງ ຈໍ​ເຈຍ ​ໄດ້​ປະກາດ​ໝາກຜົນ​​ເບື້ອງ​ຕົ້ນ​ຂອງ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ນີ້ເຊິ່ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 1/10, ຕາມ​ນັ້ນ​ແລ້ວ ຝ່າຍ​ຄ້ານ “ຄວາມ​ໄຝ່ຝັນ ຈໍ​ເຈຍ ​”​(DG) ໂດຍ​ເສດຖີເງິນຕື້ Bidzina Ivanishvili ນຳ​ຫນ້າ ​ຍາດ​​ໄດ້ໄຊຊະນະ ດ້ວຍ​ຈຳນວນບັດ​ສະຫນັບສະຫນູນ 54,9% ບັດ​ພາຍຫລັງ​ການ​ນັບ​ 99% ຈຳນວນ​ບັດ​ຢູ່​ບັນດາ​ເຂດ​ເລືອກ​ຕັ້ງ. ພັກ “ຂະ​ບວນການ​ຊົນ​ຊາດ​ເອກະ​ພາບ” (UNM) ກຳ​ອຳນາດ ນິຍົມ​ປະທານາທິບໍດີ Mikhael Saakashvili ຍາ​ດ​ໄດ້​ພຽງ 40,3% ຈຳ​ນວນ​ບັດ​ເລືອກ​ຕັ້ງ. ​ໃນ​ວັນ​ດຽວ​ກັນ, ທ່ານ Bidzina Ivanishvili ​ໄດ້​ຮຽກ​ໂຮມ​ການ​ປະຊຸມ​ລັບ​ຂອງ​ການ​ນຳ DG ​ເພື່ອ​ປຶກສາ​ຫາລື​ກາ ນ​ສ້າງ​ຕັ້ງ​ລັດຖະບານ​ໃຫມ່. ຫນ່ວຍ​ປະຕິບັດ​ງານ​ຫນ່ວຍຫນຶ່ງ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ເພື່ອແນໃສ່​​ສົມທົບ​ກັບປະ​ທາ​ນາ​ທິບໍດີ Saakashvili ​ໃນການສ້າງຕັ້ງ​ຄະນະ​ລັດຖະບານ​ໃຫມ່. ທ່ານ Ivanishvili ​ໃຫ້​ຮູ້​: ອາດ​ຈະ​ຮັບ​ຕຳ​ແຫນ່​ງນາຍົກລັດຖະມົນຕີ ຈໍ​ເຈຍ. ທ່ານ Bidzina Ivanishvili ຢືນຢັນ: ຄະນະ​ການ​ນຳ​ໃຫມ່​ຂອງ ຈໍ​ເຈຍ ມີ​ແຜນ​ນະ​ໂຍບາຍ​ປັບ​ປຸງການ​ພົວພັນ​ກັບ​ລັດ​ເຊຍ ​ໃນ​ຂະນະ​ຍັງ​ຄົງ​ສືບ​ຕໍ່​ປະຕິບັດ​ແນວທາງ​ຮ່ວມ​ສຳພັນ​ກັບ ສະຫະພາບ​ເອີ​ລົບ (EU​) ແລະ ອົງການ​ຈັດ​ຕັ້ງ​ສົນທິສັນຍາ​ມະຫາ​ສະມຸດ​ອັດ​ລັງ​ຕີກ ​ເຫນືອ (Nato).

ຂ່າວ/ບົດ​ອື່ນ