ຊຸກຍູ້ “ການທູດມະຫາຊົນໃນສັງກາດດີຈີຕອນ”

(VOVWORLD) - ທີ່ວາລະປະຊຸມ, ຜູ້ຕາງໜ້າບັນດາສະຖານທູດ, ສະຖານກົງສູນ ຫວຽດນາມ ປະຈຳຕ່າງປະເທດ ໄດ້ແບ່ງປັນບົດຮຽນຂອງບັນດາປະເທດກ່ຽວກັບການທູດມະຫາຊົນບົນພື້ນຖານດີຈີຕອນ.
ຊຸກຍູ້ “ການທູດມະຫາຊົນໃນສັງກາດດີຈີຕອນ” - ảnh 1(ທີ່ວາລະປະຊຸມ “ການທູດມະຫາຊົນໃນສັງກາດດີຈີຕອນ”)

ຕອນເຊົ້າວັນທີ 17 ທັນວາ, ຢູ່ ຮ່າໂນ້ຍ, ໄດ້ຈັດວາລະປະຊຸມຫົວເລື່ອງສະເພາະ ວຽກງານການທູດວັດທະນະທຳ ແລະ ຂໍ້ມູນການຕ່າງປະເທດ “ການທູດມະຫາຊົນໃນສັງກາດດີຈີຕອນ”. ນີ້ແມ່ນໂອກາດເພື່ອໃຫ້ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ອົງການສະຖານທູດ ຫວຽດນາມ ປະຈຳຕ່າງປະເທດ ປຶກສາຫາລືກ່ຽວກັບກົນໄກ, ນະໂຍບາຍ ແລະ ວິທີລະດົມແຫຼ່ງກຳລັງໃນວຽກງານການທູດວັດທະນະທຳໃນໄລຍະຈະມາເຖິງ.

ທີ່ວາລະປະຊຸມ, ຜູ້ຕາງໜ້າບັນດາສະຖານທູດ, ສະຖານກົງສູນ ຫວຽດນາມ ປະຈຳຕ່າງປະເທດ ໄດ້ແບ່ງປັນບົດຮຽນຂອງບັນດາປະເທດກ່ຽວກັບການທູດມະຫາຊົນບົນພື້ນຖານດີຈີຕອນ. ໃນຂະນະນັ້ນ, ບັນດາກະຊວງ, ຂະແໜງການ ແລະ ອົງການຈັດຕັ້ງ ກໍຕີລາຄາສະພາບຕົວຈິງຂອງການຜັນຂະຫຍາຍຂໍ້ມູນຂ່າວສານການຕ່າງປະເທດ, ໄຈ້ແຍກຄວາມຫຍຸ້ງຍາກ, ຖອດທອນບົດຮຽນໃຫ້ແກ່ ຫວຽດນາມ, ຍົກອອກຂໍ້ສະເໜີແນະ ເພື່ອລະດົມແຫຼ່ງກຳລັງ, ຍົກສູງຄຸນນະພາບຜະລິດຕະພັນດີຈີຕອນໂຄສະນາພາບພົດ ຫວຽດນາມ. ວາລະປະຊຸມກໍ່ປຶກສາຫາລືກົນໄກ, ນະໂຍບາຍ ແລະ ວີທີລະດົມແຫຼ່ງກຳລັງໃນວຽກງານການທູດວັດທະນະທຳໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ