ຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບໂລກລະບາດໂຄວິດ-19

(VOVWORLD) - ວັນທີ 15 ທັນວາ 2020 ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບໂລກລະບາດໂຄວິດ-19. 
ຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບໂລກລະບາດໂຄວິດ-19 - ảnh 1ກອງປະຊຸມສຳມະນາກ່ຽວກັບການຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບໂລກລະບາດໂຄວິດ-19 (ພາບ: baoquocte.vn

  ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ຟ້າມກວາງຮ້ຽວ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດໄດ້ຢັ້ງຢືນວ່າ: ລັດຖະບານຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການປົກປ້ອງ, ໜູນຊ່ວຍບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງຍ້ອນໂລກລະບາດ, ລວມມີຄົນທຸກຍາກ, ຄົນພິການ, ຜູ້ເຖົ້າ, ແຮງງານວາງງານ, ບໍ່ມີລາຍຮັບ ຫຼື ລາຍຮັບຖືກຫລຸດລົງ…ພ້ອມກັນນັ້ນ, ລັດຖະບານຫວຽດນາມ ໄດ້ມີບັນດາຂໍ້ລິເລີ່ມເພື່ອແນໃສ່ຊຸກຍູ້ການສົມທົບ, ຮ່ວມມືສາກົນໃນການຮັບມືກັບໂລກລະບາດໂຄວິດ-19, ໃນນັ້ນ ສິ່ງທີ່ເປັນໜ້າສົມໃຈ ນັ້ນແມ່ນການສະເໜີເລືອກເອົາວັນທີ 27 ທັນວາ ທຸກໆປີ ແມ່ນວັນໂລກກຽມພ້ອມຕ້ານໂລກລະບາດ ແນໃສ່ຍົກສູງສະຕິຄວາມຮັບຮູ້ ກໍ່ຄືເພີ່ມທະວີການຮ່ວມມື, ສົມທົບກັນໃນການປ້ອງກັນ, ຕ້ານໂລກລະບາດ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນກໍ່ໄດ້ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນທີ່ມີປະໂຫຍດກ່ຽວກັບບັນດາມາດຕະການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດໃນສະພາບໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ