ຊຸກ​ຍູ້ ແລະ ປົ​ກ​ປ້ອງ​ສິດ​ທິ​ມະ​ນຸດ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ ​ສຸດ, ແມ່ນ​ເປົ້າ​ໝາ​ຍ​ສຸດ​ທ້າຍ​ ແລະ ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຂອງ ຫວຽດ​ນາມ

(VOVWORLD) -ໃນວັນທີ 30 ກັນຍາ, ຄະນະກຳມະການກ່ຽວກັບບັນຫາວັດທະນະທຳ, ສັງຄົມ ແລະ ມະນຸດສະທຳ ຂຶ້ນກັບສະມັດຊາໃຫຍ່ ສປຊ ໄດ້ເລີ່ມຈັດວາລະປະຊຸມໃນຂອບເຂດສະມັດຊາໃຫຍ່ ສປຊ ຊຸດທີ 76. 

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ ຄວນເພີ່ມທະວີຄວາມສາມັກຄີທົ່ວໂລກ, ຊຸກຍູ້ການຜະລິດ ແລະ ແຈກຢາຍວັກຊິນກັນໂຄວິດ - 19 ຢ່າງມີຄວາມຍຸຕິທຳ, ມີລາຄາທີ່ເໝາະສົມ, ທັນການ ແລະ ແຈກຢາຍໄປທົ່ວໂລກ, ພ້ອມທັງເອົາໃຈໃສ່ເປັນພິເສດເຖິງການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ສະໜອງການສຶກສາ ແລະ ເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນໝົດທຸກຄົນ.

 ກ່ຽວກັບການປົກປ້ອງ ສິດທິມະນຸດ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຢັ້ງຢືນວ່າ ນີ້ແມ່ນຜົນປະໂຫຍດຂອງ ທຸກໆປະເທດ ແລະ ການຊຸກຍູ້, ປົກປ້ອງສິດທິມະນຸດ ຕ້ອງອີງໃສ່ການພົບປະ, ການໂອ້ລົມສົນທະນາ ທີ່ມີລັກສະນະສ້າງສັນ, ບໍ່ສູ້ຢັນກັນ, ບໍ່ຫັນເປັນການເມືອງ ແລະ ບໍ່ມີລັກສະນະຄັດເລືອກ. ນອກຈາກການບໍ່ແຊກແຊງເຂົ້າວຽກງານພາຍໃນ, ບັນດາປະເທດຕ້ອງເຄົາລົບຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມເປັນເອກະລາດດ້ານການເມືອງ ຕາມບັນດາຫຼັກການຂອງກົດບັດ ສປຊ ແລະ ກົດໝາຍສາກົນ, ກໍ່ຄືຄວາມເຄົາລົບເງື່ອນໄຂປະຫວັດສາດ, ສັງຄົມ, ວັດທະນະທຳ ແລະ ສະພາບການພັດທະນາຂອງບັນດາປະເທດ. ບັນດາສິດພົນລະເຮືອນ ແລະ ການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳ ຫຼືສິດພັດທະນາ ລ້ວນແຕ່ໄດ້ຮັບການປະພຶດຢ່າງສະເໝີພາບຄືກັນ.

ຕອບກັບ

ຂ່າວ/ບົດ​ອື່ນ