ຊຸກຍູ້ກຸ່ມບໍລິສັດ Rosen Partners LLC ຂອງ ອາເມລິກາ ຜັນຂະຫຍາຍໂຄງການລົງທຶນຢູ່ ຫວຽດນາມ

(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຊົມເຊີຍກຸ່ມບໍລິສັດສືບຕໍ່ເອົາໃຈໃສ່ຄົ້ນຄວ້າ, ເປີດກວ້າງການເຄື່ອນໄຫວລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ
ຊຸກຍູ້ກຸ່ມບໍລິສັດ Rosen Partners LLC ຂອງ ອາເມລິກາ ຜັນຂະຫຍາຍໂຄງການລົງທຶນຢູ່ ຫວຽດນາມ - ảnh 1(ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ພົບປະກັບທ່ານ Daniel Rosen, ປະທານ ແລະ ຜູ້ອຳນວຍການຝ່າຍບໍລິຫານຂອງກຸ່ມບໍລິສັດ Rosen Partners LLC)

        ວັນທີ 06 ມີຖຸນາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ (ທີ່ນິວຢອກ, ອາເມລິກາ) ໄດ້ພົບປະກັບທ່ານ Daniel Rosen, ປະທານ ແລະ ຜູ້ອຳນວຍການຝ່າຍບໍລິຫານຂອງກຸ່ມບໍລິສັດ Rosen Partners LLC (ອາເລິກາ).

        ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຊົມເຊີຍກຸ່ມບໍລິສັດສືບຕໍ່ເອົາໃຈໃສ່ຄົ້ນຄວ້າ, ເປີດກວ້າງການເຄື່ອນໄຫວລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ, ໂດຍສະເພາະແມ່ນແຜນການຜັນຂະຫຍາຍໂຄງລ່າງກຸ່ມບັນເທິງລະດັບສາກົນ ດ້ວຍເປົ້າໝາຍດຶງດູດແຂກທ່ອງທ່ຽວມາ ຫວຽດນາມ. ທ່ານເນັ້ນໜັກວ່າ, ລັດຖະບານ ຫວຽດນາມ ມີຫຼາຍນະໂຍບາຍ ແລະ ຍາມໃດກໍ່ໄດ້ສ້າງຄວາມສະດວກໃຫ້ແກ່ນັກລົງທຶນຕ່າງປະເທດ. ທ່ານສະເໜີໃຫ້ກຸ່ມບໍລິສັດ Rosen Partners ຍູ້ແຮງການແລກປ່ຽນ, ຫັນບັນດາໂຄງການລົງທຶນເປັນລະອຽດໃນໄລຍະຈະມາເຖິງ.

        ສ່ວນທ່ານ Daniel Rosen, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ, ເນັ້ນໜັກເຖິງແຜນການຢາກເປີດກວ້າງການລົງທຶນ, ດຳເນີນທຸລະກິດໄປສູ່ບັນດາຂົງເຂດອື່ນທີ່ ຫວຽດນາມ ພວມສົນໃຈ, ຄື: ເຕັກໂນໂລຊີສູງ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ພ້ອມທັງໃຫ້ຄຳໝັ້ນສັນຍາຈະເປັນຂົວຕໍ່ລະຫວ່າງວິສາຫະກິດ ອາເມລິກາ ກັບ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ