ຊຸກຍູ້ກະແສຟອງລົງທຶນໃໝ່ຂອງບັນດາວິສາຫະກິດຍີ່ປຸ່ນເຂົ້າຫວຽດນາມ

ຊຸກຍູ້ກະແສຟອງລົງທຶນໃໝ່ຂອງບັນດາວິສາຫະກິດຍີ່ປຸ່ນເຂົ້າຫວຽດນາມ - ảnh 1
ການ​ເຈ​ລະ​ຈ​າ​ລະ​ຫວ່າງ 2 ຝ່າຍ
(ພາບ: vietnamplus.vn)

(vovworld) - ​ຕອນ​ບ່າຍ​ວັນ​ທີ 13/04, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຍີ່​ປຸ່ນ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນຫວຽດ​ນາມ ຫງວຽນ​ຈິ໋​ຢຸງ ໄດ້​ມີ​ການ​ເຈ​ລະ​ຈ​າ​ກັບ​ທ່ານ​ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຍີ່​ປ​ຸ່ນ (JCCI) Akio Mimura. ທີ່​ການ​ເຈ​ລະ​ຈາ, ທ່ານ​ລັດ​ຖະ​ມົນ​ຕີ ຫງວຽນ​ຈິ໋​ຢຸງ ຢືນ​ຢັນ​ວ່າ, ຍາມ​ໃດ​ຫວຽດ​ນາມ ກ​ໍ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ຍີ່​ປຸ່ນ, ​ເອົາ​ໃຈ​ໃສ່, ສະ​ໜັບ​ສະ​ໜູນບັນ​ດາ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ຊອກ​ຫາ​ກາ​ລະ​ໂອ​ກາດ​ລົງ​ທຶນ, ຮ່ວມ​ມື​ກັບ​ຫວຽດ​ນາມ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອ​ງ​ຖິ່ນ​ຂອງ 2 ປະ​ເທດ. ທ່ານ​ລັດ​ຖະ​ມົນ​ຕີ ຫງວຽນ​ຈິ໋​ຢຸງ ເນັ້ນ​ໜັກ​ເຖິງ​ບົດ​ບາດ​ສຳ​ຄັນ​ຂອງ​ JCCI ເວົ້າ​ລວມ ແລະ ຂອງ​ທ່ານ​ປະ​ທານ Akio Mimura ເວົ້າ​ສະ​ເພາະ​ໃນ​ກ​າ​ນ​ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ລົງ​ທຶນຢ່າງ​ແຮງ​ເຂົ້າ​ຫວຽດ​ນາມ, ສ້າງເປັນ “ກະ​ແສ​ຟອງ”, ຂະ​ບວນ​ການລົງ​ທຶນ​ໃໝ່​ເຂົ້າ​ຫວຽດ​ນາມ.

        ສ່ວນ​ທ່ານ​ປະ​ທານ JCCI, Akio Mimura ປາດ​ຖະ​ໜາ​ວ່າ, ບັນ​ດ​າ​ການ​ພົບ​ປະ, ເຈ​ລະ​ຈາ, ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ​ລະ​ຫວ່າງ​ນັກ​ຄຸ້ມ​ຄອງ, ວິ​ສາ​ຫະ​ກິດ 2 ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ; ພ້ອ​ມ​ທັງ​ສະ​ແດງຄວາມປະ​ຕິ​ຊົມ​ຊື່​ນເມື່ອ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນ​າມ ພວມ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ, ຕັ້ງ​ໜ້າ.


ຕອບກັບ

ຂ່າວ/ບົດ​ອື່ນ