ຊຸກຍູ້ການຄົ້ນຄວ້າວິທະຍາສາດໃນຂົງເຂດ ການແພດ - ການຢາ, ຍົກສູງຄຸນນະພາບການບຳລຸງສ້າງ ແລະດູແລສຸຂະພາບ

(VOVWORLD) -ກອງປະຊຸມ ແມ່ນເວທີປາໄສ ເພື່ອໃຫ້ບັນດານັກຊ່ຽວຊານແຖວໜ້າຂະແໜງການແພດ-ການຢາ ພາຍໃນປະເທດຮ່ວມກັນແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບັນດາບົດຮຽນດ້ານອາຊີບ ແລະ ບັນດາການເຄື່ອນໄຫວຄົ້ນຄວ້າວິທະຍາສາດ

ຊຸກຍູ້ການຄົ້ນຄວ້າວິທະຍາສາດໃນຂົງເຂດ ການແພດ - ການຢາ, ຍົກສູງຄຸນນະພາບການບຳລຸງສ້າງ ແລະດູແລສຸຂະພາບ - ảnh 1 ກອງປະຊຸມວິທະຍາສາດ ການແພດ - ການຢາສາກົນ ເປີດກວ້າງ ປີ 2018

(ພາບ: TTXVN)

ວັນທີ 24 ພຶດສະພາ, ທີ່ນະຄອນດ່າໜັງ, ມະຫາວິທະຍາໄລເຕັກນິກ ການແພດ - ການຢາດ່າໜັງ ( ສັງກັດກະຊວງສາທາລະນະສຸກຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມວິທະຍາສາດ ການແພດ - ການຢາສາກົນ ເປີດກວ້າງ ປີ 2018 ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ເປັນສາດສະດາຈານ, ປະລິນຍາເອກ, ນັກຊ່ຽວຊານແຖວໜ້າໃນຂະແໜງການ ການແພດ - ການຢາ ພາຍໃນ ແລະ ຕ່າງປະເທດ ເກືອບ 200 ຄົນ. ບົດລາຍງານຫົວຂໍ້ສະເພາະ ກວ່າ 50 ບົດ ຖືກນຳມາສະເໜີທີ່ກອງປະຊຸມ ໂດຍສຸມໃສ່ເນື້ອໃນຕົ້ນຕໍຄື ການປິ່ນປົວພະຍາດ ດ້ວຍວິທີແພດສາດພື້ນເມືອງ ເປັນຕົ້ນແມ່ນ ພະຍາດວັນນະໂລກ - ປອດ, ພະຍາດໄຂ້ເລືອດອອກ, ພະຍາດເບົາຫວານ, ກະດູກສັນຫຼັງຊຸດໂຊມ; ພ້ອມທັງຕີລາຄາບັນດາໝາກຜົນການປິ່ນປົວພະຍາດຢູ່ບັນດາໂຮງໝໍໃນທົ່ວປະເທດໃນໄລຍະຜ່ານມາ.

        ກອງປະຊຸມ ແມ່ນເວທີປາໄສ ເພື່ອໃຫ້ບັນດານັກຊ່ຽວຊານແຖວໜ້າຂະແໜງການແພດ-ການຢາ ພາຍໃນປະເທດຮ່ວມກັນແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບັນດາບົດຮຽນດ້ານອາຊີບ ແລະ ບັນດາການເຄື່ອນໄຫວຄົ້ນຄວ້າວິທະຍາສາດ; ພ້ອມທັງປະກອບສ່ວນຊຸກຍູ້ຂະບວນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ການອອກແຮງງານຢ່າງມີຫົວຄິດປະດິດສ້າງ, ໝູນໃຊ້ວິທະຍາສາດເຕັກນິກ, ອຸດສາຫະກຳທັນສະໄໝ ເຂົ້າໃນການຍົກສູງຄຸນນະພາບໃນວຽກງານການປົກປ້ອງ,ເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ