ຊຸກ​ຍູ້​ການ​ຄ້າ​ຜະ​ລິດ​ຕະ​ພັນ​ສິນ​ທະ​ເລ ລະ​ຫວ່າງ ຫວຽດ​ນາມ ແລະ ນອກ​ແວ

(VOVWORLD) - ກຳລັງບົ່ມຊ້ອນກ່ຽວກັບບັນດາປະເພດສິນທະເລ, ສິນໃນນ້ຳເວົ້າລວມຢູ່ ຕະຫຼາດ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ, ໃນນັ້ນ ມີຜະລິດຕະພັນປາແຊວມອນ ນອກແວ.
ຊຸກ​ຍູ້​ການ​ຄ້າ​ຜະ​ລິດ​ຕະ​ພັນ​ສິນ​ທະ​ເລ ລະ​ຫວ່າງ ຫວຽດ​ນາມ ແລະ ນອກ​ແວ - ảnh 1ສອງຝ່າຍລົງນາມໃນຂໍ້ຕົກລົງຮ່ວມມືທີ່ນຳໃຊ້ກາໝາຍສິນຄ້າສິນທະເລ ຈາກ ນອກແວ (ພາບ: VOV)

ໃນຂອບເຂດການຮ່ວມມືດ້ານການຄ້າກ່ຽວກັບສິນໃນນ້ຳແບບຍືນຍົງລະຫວ່າງ ຫວຽດນາມ ແລະ ນອກແວ, ຕອນເຊົ້າວັນທີ 04 ມິຖຸດນາ, ຢູ່ຮ່າໂນ້ຍ, ສະພາສິນທະເລ ນອກແວ ພ້ອມກັບກຸ່ມບໍລິສັດ Masan ແລະ ກຸ່ມບໍລິສັດ Golden Gate ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືນຳໃຊ້ກາໝາຍສິນຄ້າ “ສິນທະເລ ຈາກນອກແວ” (Seafood from Norway) ໃນຖົງຫຸ້ມຫໍ່ຜະລິດຕະພັນສິນທະເລທີ່ນຳເຂົ້າຈາກ ນອກແວ ໃນລະບົບຮ້ານສັບພະສິນຄ້າ WinMart ທົ່ວປະເທດ.

        ທີ່ພິທີລົງນາມ, ທ່ານ Asbjorn Warvik Rortveit, ຜູ້ອຳນວຍການສະພາປາແຊວມອນ ນອກແວ ອາຊີຕາເວັນອອກສ່ຽງໃຕ້, ໃຫ້ຮູ້ວ່າ ກຳລັງບົ່ມຊ້ອນກ່ຽວກັບບັນດາປະເພດສິນທະເລ, ສິນໃນນ້ຳເວົ້າລວມຢູ່ ຕະຫຼາດ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ, ໃນນັ້ນ ມີຜະລິດຕະພັນປາແຊວມອນ ນອກແວ. ສ່ວນທ່ານ ຫງວຽນຕຽນຢຸງ, ຮອງຜູ້ອຳນວຍການໃຫຍ່ລະບົບຮ້ານສັບພະສິນຄ້າ WinMart ໃຫ້ຮູ້ວ່າ:

        “ຈຸດປະສົງຂອງວິສາຫະກິດແມ່ນຮັບໃຊ້ຜູ້ບໍລິໂພກບັນດາຜະລິດຕະພັນທີ່ມີຄຸນນະພາບ, ຕອບສະໜອງຢ່າງຖືກຕ້ອງຕາມຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະ ເປັນມິດກັບສິ່ງແວດລ້ອມຢ່າງເຂັ້ມງວດ. ພວກຂ້າພະເຈົ້າ ຈະໃຫ້ຄຳໝັ້ນສັນຍາບັນດາຜະລິດຕະພັນທີ່ມີຄຸນນະພາບ ແລະ ນຳໃຊ້ບັນດາຜະລິດຕະພັນທີ່ມີຄຸນນະພາບດີທີ່ສຸດ, ຕອບສະໜອບບັນດາມາດຕະຖານສາກົນ ດ້ວຍລະດັບລາຄາເໝາະສົມ”.

         

ຕອບກັບ

ຂ່າວ/ບົດ​ອື່ນ