ຊຸກຍູ້ການນຳໃຊ້ພະລັງງານປະຢັດ ແລະ ບັນລຸປະສິດທິຜົນໃນຂະແໜງອຸດສາຫະກຳ

(VOVWORLD) - ຄາດວ່າ, ພາຍຫຼັງທີ່ໂຄງການໄດ້ຜັນຂະຫຍາຍ ຈະມີ 100 ນັກຜະລິດໃນ 2 ຂົງເຂດ, ຄື: ອຸດສາຫະກຳໜູນຊ່ວຍ ແລະ ອຸດສາຫະກຳປຸງແຕ່ງທັນຍາການ ໄດ້ໂຄສະນາຍົກສູງຄວາມຮັບຮູ້ ແລະ ປັບປຸງບັນດາວິທີການຄຸ້ມຄອງນຳໃຊ້ພະລັງງານປະຢັດ, ບັນລຸປະສິດທິຜົນ.
ຊຸກຍູ້ການນຳໃຊ້ພະລັງງານປະຢັດ ແລະ ບັນລຸປະສິດທິຜົນໃນຂະແໜງອຸດສາຫະກຳ - ảnh 1(ທີ່ກອງປະຊຸມສຳມະນາ)

        ເພື່ອແນໃສ່ປະກອບສ່ວນຍົກອອກບັນດາມາດຕະການແກ້ໄຂຢ່າງມີປະສິດທິຜົນ ເພື່ອໜູນຊ່ວຍວິສາຫະກິດໃນຂະແໜງອຸດສາຫະກຳໜູນຂ່ວຍ ແລະ ປຸງແຕ່ງທັນຍາຫານ ໃຫ້ພັດທະນາຕາມທິດສີຂຽວ, ຍືນຍົງ, ຕອນເຊົ້າວັນທີ 18 ສິງຫາ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ພ້ອມກັບກອງທຶນຄູ່ຮ່ວມມືຫັນປ່ຽນພະລັງ ດົງນາມ ໄດ້ຈັດກອງປະຊຸມສຳມະນາເລີ່ມເຄື່ອນໄຫວໂຄງການ “ຊຸກຍູ້ການນຳໃຊ້ພະລັງງານປະຢັດ ແລະ ບັນລຸປະສິດທິຜົນໃນຂະແໜງອຸດສາຫະກຳໜູນຊ່ວຍ ແລະ ອຸດສາຫະກຳປຸງແຕ່ງທັນຍາຫານຢູ່ ຫວຽດນາມ”. ທີ່ກອງປະຊຸມສຳມະນາ, ທ່ານນາງ ຫງວຽນທິແທັງຮວ່ຽນ, ຜູ້ປະສານງານໂຄງການ VCCI, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າມີ 5 ເປົ້າໝາຍ. ທີ 1 ແມ່ນ, ຍົກສູງຄວາມຮັບຮູ້ຂອງພາກລັດ - ເອກະຊົນກ່ຽວກັບພະລັງງານຜະລິດຄືນໃໝ່ ແລະ ປະຕິບັດຕົວຈິງກ່ຽວກັບການນຳໃຊ້ພະລັງງານປະຢັດ ແລະ ບັນລຸປະສິດທິຜົນ. ທີ 2 ແມ່ນ, ໜູນຊ່ວຍວິສາຫະກິດສຳຜັດກັບບັນດາບ້ວງເງິນລົງທຶນ. ທີ 3, ເຊື່ອມຕໍ່ວິສາຫະກິດຜະລິດ, ບັນດາອົງການຈັດຕັ້ງການເງິນ, ທະນາຄານ ແລະ ບັນດາບໍລິສັດການບໍລິການສຳລັບປະຊາຄົມ ເພື່ອສ້າງປະຊາຄົມນຳໃຊ້ພະລັງງານປະຢັດ ແລະ ບັນລຸປະສິດທິຜົນ. ເປົ້າໝາຍທີ 4 ແມ່ນ ທົດລອງຕີລາຄາມາດຕະຖານກ່ຽວກັບການນຳໃຊ້ພະລັງງານປະຢັດ ແລະ ບັນລຸປະສິດທິຜົນ ແລະ ເປົ້າໝາຍທີ 5 ແມ່ນສະເໜີສ້າງຂັ້ນຕອນສ້າງຕັ້ງສະຫະສະມາຄົມການບໍລິການພະລັງງານ  (ESCO) ຢູ່ ຫວຽດນາມ”.

        ຄາດວ່າ, ພາຍຫຼັງທີ່ໂຄງການໄດ້ຜັນຂະຫຍາຍ ຈະມີ 100 ນັກຜະລິດໃນ 2 ຂົງເຂດ, ຄື: ອຸດສາຫະກຳໜູນຊ່ວຍ ແລະ ອຸດສາຫະກຳປຸງແຕ່ງທັນຍາການ ໄດ້ໂຄສະນາຍົກສູງຄວາມຮັບຮູ້ ແລະ ປັບປຸງບັນດາວິທີການຄຸ້ມຄອງນຳໃຊ້ພະລັງງານປະຢັດ, ບັນລຸປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ