ຊຸກຍູ້ການ​ປະຕິບັດ​ຍຸດທະສາດ​ແຫ່​ງຊາດກ່ຽວກັບ​ການ​ປ່​່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​​ໄລຍະ 2021 – 2030

(VOVWORLD) -ໃນໄລຍະ 2021 – 2030, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ຈະຊຸກຍູ້ການປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ບາງບໍລິເວນຈຸດສຸມ ເປັນຕົ້ນແມ່ນ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ເຂດແຄມທະເລທາງພາກກາງ, ເຂດພູດອຍທາງພາກເໜືອ. 

ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາທີ່ກອງປະຊຸມສໍາມະນາສະຫຼຸບໂຄງການຕີລາຄາ ກ່ຽວກັບສະພາບການປະຕິບັດຍຸດທະສາດ, ແຜນການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໄລຍະ 2021 – 2030 ໂດຍກົມການປ່ຽນແປງດິນຟ້າອາກາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 24 ມິຖຸນາ ຢູ່ຮ່າໂນ້ຍ.

ທາງກະຊວງ ໄດ້ຍົກອອກ 10 ກຸ່ມມາດຕະການ, ໃນນັ້ນ, ໄດ້ກໍານົດບຸລິມະສິດທີ່ມີລັກສະນະ ປະສິດທິຜົນການເຄື່ອນໄຫວຂອງບັນດາໂຄງການຂອງຂະແໜງການ, ຂົງເຂດຕ່າງໆໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ບາງບໍລິເວນຈຸດສຸມ ເປັນຕົ້ນແມ່ນ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ເຂດແຄມທະເລທາງພາກກາງ, ເຂດພູດອຍທາງພາກເໜືອ. ທ່ານ ຕັງເຖ໊ເກື່່ອງ ຫົວໜ້າກົມການປ່ຽນແປງຂອງດິນຟ້າອາກາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ  ຫວຽດນາມ ໃຫ້ຮູ້ວ່າ:  

        “ບັນດາທ້ອງຖິ່ນກໍາລັງກໍ່ສ້າງ, ອັບເດດ ແລະ ສ້າງແຜນການກະທໍາຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງທ້ອງຖິ່ນ ໃຫ້ສົມບູນແບບ. ປັດຈຸບັນ ມີ 50 ທ້ອງຖິ່ນ ໄດ້ມີແຜນການສໍາລັບຈຸດພິເສດສະເພາະຂອງທ້ອງຖິ່ນຕົນ ເພື່ອປະກອບສ່ວນປະຕິບັດຂໍ້ຕົກລົງ ປາຣີີ ແລະ ໃຫ້ແກ່ວຽກງານຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. 

ຕອບກັບ

ຂ່າວ/ບົດ​ອື່ນ