ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືດ້ານເສດຖະກິດຈຸດສຸມລະຫວ່າງຫວຽດນາມແລະລັດເຊຍ

ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືດ້ານເສດຖະກິດຈຸດສຸມລະຫວ່າງຫວຽດນາມແລະລັດເຊຍ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈິ້ງ​ດິ່ງ​ຢຸງແລະ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ຜູ້​ທີ່​ໜຶ່ງ​ສະ​ຫະ​ພັນ​ລັດ​ເຊຍ Igor Ivanovich Shuvalov
(ພາບ: TTXVN)


(vovworld) - ​ໃນ​ລະ​ຫວ່າງວັນ​ທີ 13 – 14/11, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈິ້ງ​ດິ່ງ​ຢຸງ, ໄດ້​ນຳ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽ​ກ​ຢູ່​ສະ​ຫະ​ພັນ​ລັດ​ເຊຍ ເພື່ອ​​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​​ດ້ານ​ເສດ​ຖະ​ກິດຈ​ຸດ​ສຸ​ມ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ຜູ້​ທີ່​ໜຶ່ງ​ສະ​ຫະ​ພັນ​ລັດ​ເຊຍ Igor Ivanovich Shuvalov. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ຢືນ​ຢັນ​ວ່າ, ​ຍາມ​ໃດຫວຽດ​ນາມ ກໍ່​ຖື​ລັດ​ເຊຍ ເປັນ​ບຸ​ລິ​ມະ​ສິດ​ຍຸດ​ທະ​ສາດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​; ຫວຽດ​ນາມ ສືບ​ຕໍ່​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ເພີ​່​ມ​ພ​ູນ​ຄູນ​ສ້າງ​ນຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ ແລະ ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ລັດ​ເຊຍ ໃຫ້​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ.

        2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດ​າ​ວິ​ສາ​ຫະ​ກິດ 2 ປະ​ເທດ ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​​ໃນ​​ການ​ຮ່ວມ​ທຸ​ລະ​ກິດ​ທີ່ມີ​ຢູ່​ແລ້ວ, ພ້ອມ​ທັງ​ສົ​ມ​ທົບ​ກັນ​ຄົ້ນ​ຄວ້າ​ການ​ຮ່ວມ​ມື​ລົງ​ທຶນ ບັນ​ດາ​ໂຄງ​ການ​ໃໝ່. 2 ຝ່າຍກໍ່​ເຫັນ​ດີ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ ແລະ ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 19 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລັດ​ເຊຍ ກ່ຽ​ວ​ກັບ​ການ​ຮ່ວມ​ມື​ດ້ານ​ເສ​ດຖະ​ກິດ, ການ​ຄ້າ ແລະ ວິ​ທະ​ຍາ​ສາດ, ເຕັກ​ນ​ິກ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ