ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ລາວ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງເປັນເຈົ້າການເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືລາວຢ່າງແທດຈິງ ແລະ ປະສິດທິຜົນ. 

        ໂດຍປະຕິບັດຂໍ້ຕົກລົງລະຫວ່າງການນໍາຂັ້ນສູງຫວຽດນາມ ແລະ ລາວ, ຕອນບ່າຍວັນທີ 03 ມິຖຸນາ ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງເພື່ອສໍາຫຼວດໝາກຜົນຂອງການປະຕິບັດ ແລະ ຊຸກຍູ້ບັນດາແຜນການ, ໂຄງການຮ່ວມມືກັບ ລາວ. ໃນນັ້ນ, ຕ້ອງເອົາໃຈໃສ່ບັນດາໂຄງການກ່ຽວກັບພະລັງງານໄຟຟ້າ, ເຂື່ອນໄຟຟ້ານໍ້າຕົກ, ການເຊື່ອມຕໍ່ຄົມມະນາຄົມ, ທ່າກໍ່າປັ່ນທະເລ, ສະໜາມບິນ, ຍູ້ແຮງຄວາມຄືບໜ້າການກໍ່ສ້າງຫໍສະພາແຫ່ງຊາດລາວ, ແກ້ໄຂຄວາມຫຍຸ້ງຍາກ ເພື່ອຍູ້ແຮງການຄ້າລະຫວ່າງສອງປະເທດໃນສະພາບການ ພ້ອມກັນຮ່່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງເປັນເຈົ້າການເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືລາວຢ່າງແທດຈິງ ແລະ ປະສິດທິຜົນ. 

ຕອບກັບ

ຂ່າວ/ບົດ​ອື່ນ