ຊຸກຍູ້ການຜັນຂະຫຍາຍໂຄງການຮ່ວມມືລະຫວ່າງຫວຽດນາມ-Wallonie-Bruxelles

ຊຸກຍູ້ການຜັນຂະຫຍາຍໂຄງການຮ່ວມມືລະຫວ່າງຫວຽດນາມ-Wallonie-Bruxelles - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນກວົກຢຸງ
ຕ້ອນຮັບ ທ່ານ Rudy Demotte
(ພາບ: TTXVN)

(vovworld) - ທ່ານ Rudy Demotte, ລັດຖະມົນຕີ - ຜູ້​ວ່າການ​ລັດຖະບານ ປະຊາ​ຄົມ​ຊາວ ​ແບນ​ຊິກ ​ເວົ້າ​ພາສາ ຝລັ່ງ (Wallonie-Bruxelles), ມີ​ການ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 13-17/9, ຕອນ​ເຊົ້າ​ວັນ​ທີ 15/9, ລັດຖະມົນຕີ - ຜູ້​ວ່າການ​ລັດຖະບານ​ເຂດ Wallonie-Bruxelles ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນກວົກຢຸງ. ສອງ​ຝ່າຍ​ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ເຫັນ​ວ່າ, ພາຍຫຼັງ 20 ປີ, ນັບ​ແຕ່​ຄະນະ​ຜູ້ຕາງໜ້າ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢູ່​ຫວຽດນາມ, ການ​ພົວພັນ​ລະຫວ່າງ ຫວຽດນາມ - Wallonie-Bruxelles ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຈົບງາມ​ໃນ​ຫຼາຍ​ຂົງ​ເຂດ, ຜ່ານ​ນັ້ນ​ໄດ້​ເຮັດ​ໃຫ້​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ Wallonie-Bruxelles ​ເລິກ​ເຊິ່ງກວ່າ​ອີກ. ​ໃນ​ໄລຍະ​ຈະ​ມາ​ເຖິງ,​ ສອງ​ຝ່າຍສືບ​ຕໍ່​ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃນ​ຂອບ​ເຂດ​ລາຍການ​ຮ່ວມ​ມື​ໄລຍະ 2016-2018, ດ້ວຍ 18 ​ໂຄງການ, ​ເຊິ່ງສຸມ​ໃສ່​ເຂົ້າ​ບັນດາ​ຂົງ​ເຂດ​ບຸລິມະສິດ​ເຊັ່ນ: ການ​ສຶກສາ - ກໍ່ສ້າງ​ອາຊີບ, ສາທາລະນະ​ລັດ, ສິ່ງ​ແວດ​ລ້ອມ…, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໄປ​ສູ່​ບັນດາ​ຂົງ​ເຂດ​ເຊິ່ງສອງ​ຝ່າຍ​ມີ​ທ່າ​ແຮງ ​ແລະ ມີ​ຄວາມ​ຕ້ອງການ ກໍ່​ຄື​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ບັນດາ​ຂອບ​ເຂດ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ບັນດາ​ອົງການ​ໃຊ້​ພາສາ ຝລັ່ງ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ໋າຍກວາງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງຄະນະ​ຜູ້ຕາງໜ້າ Wallonie-Bruxelles ປະຈຳ ຫວຽດນາມ, ​ເຮັດ​ວຽກ​ກັບ​ບາງ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ ຫວຽດນາມ. ​ໄປ​ຢ້ຽມຢາມ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບາງ​ໂຄງການ​ຮ່ວມ​ມື​ທີ່​ດີ​ເດັ່ນ.

ຂ່າວ/ບົດ​ອື່ນ