ຊຸກຍູູ້ການພັດທະນາຂອງວິສາຫະກິດໂດຍແມ່ຍິງແມ່ນເຈົ້າຂອງຢູ່ ຫວຽດນາມ

(VOVWORLD) - ປື້ມປົກຂາວໄດ້ຍົກອອກບັນດາຂໍ້ສະເໜີແນະຊ່ວຍປົດປ່ອຍຄວາມສາມາດບົ່ມຊ້ອນທີ່ຍັງບໍ່ທັນໄດ້ນຳໃຊ້ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງໂດຍແມ່ຍິງເປັນເຈົ້າ ຢູ່ ຫວຽດນາມ ກໍ່ຄືຊ່ວຍກຳນົດທິດນະໂຍບາຍຊຸກຍູ້ການພັດທະນານັກທຸລະກິດຍິງໃນອະນາຄົດ.
ຊຸກຍູູ້ການພັດທະນາຂອງວິສາຫະກິດໂດຍແມ່ຍິງແມ່ນເຈົ້າຂອງຢູ່ ຫວຽດນາມ - ảnh 1ການປະກາດບົດລາຍງານ “ຊຸກຍູ້ການເຕີບໂຕວິສາຫະກິດຜ່ານການແກ້ໄຂຮົ້ວກີດຂວາງ: ປື້ມປົກຂາວກ່ຽວກັບວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍແມ່ຍິງເປັນເຈົ້າຢູ່ ຫວຽດນາມ”

ວັນທີ 23 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນໄດ້ສົມທົບກັບທະນາຄານພັດທະນາ ອາຊີ (ADB) ປະກາດບົດລາຍງານ “ຊຸກຍູ້ການເຕີບໂຕວິສາຫະກິດຜ່ານການແກ້ໄຂຮົ້ວກີດຂວາງ: ປື້ມປົກຂາວກ່ຽວກັບວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍແມ່ຍິງເປັນເຈົ້າຢູ່ ຫວຽດນາມ”. ນີ້ແມ່ນສິ່ງພິມທຳອິດກ່ຽວກັບບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍ ແມ່ຍິງເປັນເຈົ້າຢູ່ ຫວຽດນາມ, ໂດຍ ADB ຮ່ວມມືກັບກົມພັດທະນາວິສາຫະກິດ, ກະຊວງແຜນການ ແລະ ການລົງທຶນຮຽບຮຽງ.      ປື້ມປົກຂາວໄດ້ຍົກອອກບັນດາຂໍ້ສະເໜີແນະຊ່ວຍປົດປ່ອຍຄວາມສາມາດບົ່ມຊ້ອນທີ່ຍັງບໍ່ທັນໄດ້ນຳໃຊ້ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງໂດຍແມ່ຍິງເປັນເຈົ້າ ຢູ່ ຫວຽດນາມ ກໍ່ຄືຊ່ວຍກຳນົດທິດນະໂຍບາຍຊຸກຍູ້ການພັດທະນານັກທຸລະກິດຍິງໃນອະນາຄົດ.

        ກ່າວຄຳເຫັນທີ່ເຫດການ, ທ່ານ ເຈິ່ນຢຸຍດົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຢັ້ງຢືນ ບັນດາວິສາຫະກິດໂດຍແມ່ຍິງເປັນເຈົ້າສວມບົດບາດສຳຄັນໃນຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອປະຕິບັດເປົ້າໝາຍກ່ຽວກັບການພັດທະນາກວມລວມ ແລະ ຍືນຍົງ. ຢູ່ ຫວຽດນາມ, ມີ 98% ຈຳນວນວິສາຫະກິດຂະໜາດນ້ອຍ ແລະ ກາງ, ໃນນັ້ນມີ 20% ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງມີແມ່ຍິງເປັນເຈົ້າ, ສູງກ່ວາເມື່ອທຽບໃສ່ລະດັບການເພີ່ມສະເລ່ຍໃນຂົງເຂດ ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ