ຊຸກ​ຍູ້​ການພັດ​ທະ​ນາຂະ​ແໜງ​ການ​ຄ້າ​ເອ​ເລັກ​ໂຕ​ນິກ

(VOVWORLD) - ຕອນບ່າຍວັນທີ 2 ຕຸລາ, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ທີ່ວ່າ : “ພັດທະນາການຄ້າເອເລັກໂຕນິກຊຸກຍູ້ເສດຖະກິດດີຈີຕອນ ຫວຽດນາມ”. ນີ້ແມ່ນໜຶ່ງໃນ 5 ກອງປະຊຸມສຳມະນາທີ່ເວທີປາໄສຂັ້ນສູງ ແລະ ງານວາງສະແດງສາກົນກ່ຽວກັບ ອຸດສາຫະກຳ 4.0 – Industry 4.0 Summit 2019.
ຊຸກ​ຍູ້​ການພັດ​ທະ​ນາຂະ​ແໜງ​ການ​ຄ້າ​ເອ​ເລັກ​ໂຕ​ນິກ - ảnh 1ກອງປະຊຸມສຳມະນາ (ພາບ: thoibaotaichinhvietnam.vn

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ: ປັດຈຸບັນມີ 4 ທ່າອ່ຽງການຄ້າເອເລັກໂຕນິກທີ່ໄດ້ຄາດຄະເນວ່າ ຈະສືບຕໍ່ເຕີບໂຕ ແລະ ພັດທະນາຢ່າງແຮງ ນັ້ນແມ່ນ: ຈຳນວນຜູ້ນຳໃຊ້ ໂປຣແກມໂທລະສັບເພີ່ມຂຶ້ນ, ການແກ່ງແຍ້ງກ່ຽວກັບລາຄາ, ການຂະຫຍາຍຕົວຂອງການຄ້າເອເລັກໂຕນິກຜ່ານສື່ສັງຄົມອອນລາຍ, ການຊຳລະຫຼັງຈາກທີ່ໄດ້ຮັບສິນຄ້າແລ້ວ ຍັງແມ່ນວິທີການຊຳລະໄດ້ຮັບການນິຍົມທີ່ສຸດ. ທ່ານ ເລຊວັນແທັງ, ຫົວໜ້າກົມອຸດສາຫະກຳ, ຄະນະເສດຖະກິດສູນກາງໃຫ້ຂໍ້ສັງເກດວ່າ:

        ຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດຂອງ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ, ແຕ່ເພື່ອພັດທະນາ ຄວາມສາມາດບົ່ມຊ້ອນນີ້ໃຫ້ໄດ້ຕ້ອງມີລະບົບແຜນນະໂຍບາຍ, ວິທີການແກ້ໄຂຢ່າງຄົບຊຸດ, ຮອບດ້ານ, ພິເສດແມ່ນນຳໃຊ້ໄດ້ບັນດາຜົນສຳເລັດຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4. ດັ່ງນັ້ນ, ກອງປະຊຸມສຳມະນານີ້ແມ່ນເພື່ອແນໃສ່ປຶກສາຫາລື, ໃຫ້ຄຳປຶກສາ, ສະເໜີນະໂຍບາຍຕໍ່ພັກ, ສະພາແຫ່ງຊາດ, ລັດຖະບານ ເພື່ອວາງອອກບັນດາວິທີການແກ້ໄຂທີ່ຖືກຕ້ອງ,  ປະກາດໃຊ້, ປັບປຸງເພີ່ມເຕີມບັນດາເອກະສານດ້ານນິຕິກຳຢ່າງເໝາະສົມ, ທັນການ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການຄ້າເອເລັກໂຕນິກ ຫວຽດນາມ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ