ຊຸກຍູ້ການພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ໃຫ້ມີປະສິດທິຜົນ, ຍືນຍົງ

(VOVWORLD) - ນັບແຕ່ປີ 2009, ທາງກະຊວງໄດ້ຄົ້ນຄວ້າ, ສ້າງທິດສະດີແບບວິທີ ກ່ຽວກັບການສ້າງລະບົບສະຖິຕິການທ່ອງທ່ຽວຢູ່ ຫວຽດນາມ.
ຊຸກຍູ້ການພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ໃຫ້ມີປະສິດທິຜົນ, ຍືນຍົງ - ảnh 1(ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນວັນຮຸ່ງ)

        ໂດຍສືບຕໍ່ວາລະຊັກຖາມ ແລະ ຕອບຄຳຊັກຖາມໃນລາຍການຂອງວາລະປະຊຸມຄັ້ງທີ 36, ຄະນະປະຈຳສະພາແຫ່ງຊາດ, ວັນທີ 21 ສິງຫາ, ເມື່ອຕອບຄຳຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບການສ້າງລະບົບສະຖິຕິການທ່ອງທ່ຽວ ຫວຽດນາມ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນວັນຮຸ່ງ ເນັ້ນໜັກວ່າ, ນັບແຕ່ປີ 2009, ທາງກະຊວງໄດ້ຄົ້ນຄວ້າ, ສ້າງທິດສະດີແບບວິທີ ກ່ຽວກັບການສ້າງລະບົບສະຖິຕິການທ່ອງທ່ຽວຢູ່ ຫວຽດນາມ. ຈາກນັ້ນ, ກໍ່ຊ່ວຍຕີລາຄາ, ການວາງແຜນນະໂຍບາຍ ແລະ ຊຸກຍູ້ການພັດທະນາການທ່ອງທ່ຽວ ຫວຽດນາມ ໃຫ້ມີປະສິດທິຜົນ, ຍືນຍົງກວ່າໃນໄລຍະຈະມາເຖິງ.

        ເມື່ອຕອບຄຳຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບການອະນຸລັກຮັກສາ, ພັດທະນາບັນດາຮູບແບບສິລະປະທີ່ເປັນມູນເຊື້ອ, ພັດທະນາການທ່ອງທ່ຽວຕິດພັນກັບການອະນຸລັກຮັກສາວັດທະນະທຳ, ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ, ໃຫ້ຮູ້ວ່າ:

        “ກ່ຽວກັບມາດຕະການແກ້ໄຂໃນໄລຍະຍາວ, ຕ້ອງມີຫຼາຍມາດຕະການເພື່ອໃຫ້ປະຊາຊົນຜູ້ມັກຮັກວັດທະນະທຳ, ຖືສິລະປະທີ່ເປັນມູນເຊື້ອວັດທະນະທຳ, ຖືມູນເຊື້ອທີ່ຕ້ອງມີການຮັກສາ, ສືບທອດ. ໃນຍຸດທະສາດພັດທະນາການທ່ອງທ່ຽວ ແລະ ຍຸດທະສາດວັດທະນະທຳ ລ້ວນແຕ່ເອົາໃຈໃສ່ເຖິງຜະລິດຕະພັນການທ່ອງທ່ຽວຕ້ອງເຂັ້ມຂຸ້ມໄປດ້ວຍສີສັນວັດທະນະທຳ. ໃນໄລຍະຜ່ານມາ, ແຂກທ່ອງທ່ຽວສາກົນມາ ຫວຽດນາມ ກໍ່ອີງໃສ່ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ”.

ຕອບກັບ

ຂ່າວ/ບົດ​ອື່ນ