ຊຸກ​ຍູ້​ການ​ພັດ​ທະ​ນາ​ລະ​ບົບ​ຊີ​ວະ​ພາບ​ນະ​ວັດ​ຕະ​ກຳ​ຂອງ ຫວຽດ​ນາ​ມ

(VOVWORLD) - ຕອນເຊົ້າວັນທີ 30 ມິຖຸນາ, ຢູ່ ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັນໂນໂລຊີ ຫວຽດນາມ ໄດ້ສົມທົບກັບສະຖານທູດ ອົດສະຕາລີ, ອົງການຄົ້ນຄ້ວາວິທະຍາສາດ ແລະ ອຸດສາຫະກຳ ອົດສະຕາລີ ໄດ້ຈັດ “ວັນບຸນຄູ່ຮ່ວມມມືນະວັດຕະກຳ ຫວຽດນາມ- ອົດສະຕາລີ”.
ຊຸກ​ຍູ້​ການ​ພັດ​ທະ​ນາ​ລະ​ບົບ​ຊີ​ວະ​ພາບ​ນະ​ວັດ​ຕະ​ກຳ​ຂອງ ຫວຽດ​ນາ​ມ - ảnh 1

 (ພາບປະກອບ)

    ລັດຖະບານ ອົດສະຕາລີ ໄດ້ໜູນຊ່ວຍການພັດທະນາລະບົບຊີວະພາບນະວັດຕະກຳຢູ່ ຫວຽດນາມ ນັບແຕ່ປີ 2018 ຜ່ານລາຍການ Aus4Innovation. ຫວ່າງມໍ່ໆມານີ້,  ລາຍການນີ້ ໄດ້ຕໍ່ເວລາຮອດປີ 2028, ນຳຄຳໝັ້ນສັນຍາຂອງລັດຖະບານ ອົດສະຕາລີ ຂຶ້ນເປັນ 10 ປີ ດ້ວຍງົບປະມານໜູນຊ່ວຍແມ່ນ 33,5 ລ້ານ USD. ກ່າວຄຳເຫັນທີ່ເຫດການ, ທ່ານ Andrew Goledzinowski ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ອົດສະຕາລີ ແລະ ຫວຽດນາມ ລ້ວນແຕ່ມີເປົ້າໝາຍລວມ ສ້າງພື້ນຖານໃຫ້ແກ່ການເຕີບໂຕໃນອະນາຄົດ ອີງໃສ່ວິທະຍາສາດ ແລະ ເຕັນໂນໂລຊີ, ຊຸກຍູ້ກຳລັງຄວາມສາມາດບົ່ມຊ້ອນຮ່ວມມືສາກົນ ໃນນະວັດຕະກຳທົ່ວໂລກ ແລະ ພາກພື້ນ. ໃນສະພາບການສອງປະເທດພວມມານະພະຍາຍາມຍົກລະດັບການພົວພັນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສອງຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ແລກປ່ສຽນພູມປັນຍາ, ນະວັດຕະກຳກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ