ຊຸກຍູ້ການພັດທະນາອີງໃສ່ການປ່ຽນໃໝ່ຫົວຄິດປະດິດສ້າງ-ແບ່ງປັນບົດຮຽນລະຫວ່າງຊູແອັດແລະຫວຽດນາມ

ຊຸກຍູ້ການພັດທະນາອີງໃສ່ການປ່ຽນໃໝ່ຫົວຄິດປະດິດສ້າງ-ແບ່ງປັນບົດຮຽນລະຫວ່າງຊູແອັດແລະຫວຽດນາມ - ảnh 1
ທ່ານ​ນາງ Ann Linde ລັດຖະມົນຕີ​ຮັບຜິດຊອບ​ບັນດາ​
ບັນຫາ​ກ່ຽວ​ກັບ ອີ​ຢູ ​ແລະ ການ​ຄ້າ​ຂອງ ຊູ​ແອດ
(ພາບ: ອິນເຕີແນັດ)

(vovworld) - ວັນ​ທີ 05/10, ຢູ່​ຮ່າ​ໂນ້ຍ, ​ໄດ້ດຳ​ເນີນ​ກອງ​ປະຊຸມ​​ໂອ້​ລົມ​ສົນທະນາໂຕະມົນ​ຂັ້ນ​ສູງ​ກ່ຽວ​ກັບ​ມາດ​ຕະການ​ຊຸກຍູ້​ການ​ພັດທະນາ​ອີງ​ໃສ່​ການ​ປ່ຽນ​ໃໝ່​ຫົວຄິດ​ປະດິດ​ສ້າງ - ​ແບ່ງປັນ​ບົດຮຽນ​ລະຫວ່າງ ຊູ​ແອັດ ​ແລະ ຫວຽດນາມ. ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ ຈູ​ງອກ​ແອ​ງ ລັດຖະມົນຕີ​ກະຊວງວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ​ໃນ​ສະພາບ​ການຫັນ​ເປັນ​ໂລກາ​ພິວັດ ​ແລະ ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ, ​ກາ​ນຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ຊູ​ແອັດ ກໍ່​​ໄດ້ເປີດ​ ​ກາລະ​ໂອ​ກາດ​ໃຫ້​ ຊູ​ແອັດ ​ໃນ​ການ​ແຊກ​ຊຶມ ​ແລະ ​ເຊື່ອມ​ຕໍ່​ກັບ​ບັນດາ​ຕະຫລາດ​ກ້ວາງ​ໃຫຍ່​ຂອງ​ບັນດາ​ປະ​ເທດ ​ໂດຍ​ຜ່ານ​ຄູ່​ຮ່ວມ​ມື ຫວຽດນາມ.

        ​ແລະກໍ່​ໃນ​ກອງ​ປະຊຸມ​​ໂອ້​ລົມ​ສົນທະນາ, ທ່ານ​ນາງ Ann Linde ລັດຖະມົນຕີ​ຮັບຜິດຊອບ​ບັນດາ​ບັນຫາ​ກ່ຽວ​ກັບ ອີ​ຢູ ​ແລະ ການ​ຄ້າ​ຂອງ ຊູ​ແອດ ​ເນັ້ນ​ໜັກ​​ເຖິງການ​ປ່ຽນ​ໃໝ່​ຫົວຄິດ​ປະດິດ​ສ້າງທີ່​ບໍ່​ອາດຂາດ​ໄດ້​ໃນ​ການ​ພັດທະນາ, ການ​ເຕີບ​ໂຕ, ຍົກ​ສູງ​ກຳ​ລັງ​ແກ່ງ​​ແຍ້​ງຂອງ​ແຕ່ລະ​ປະ​ເທດ, ຫວຽດນາມ ກໍ່​ໄດ້​ປ່ຽນ​ໃໝ່​ຫົວຄິດ​ປະດິດ​ສ້າງ​ເທື່ອ​ລະ​ກ້າວ ​ແລະ ຊູ​ແອັດ ມີ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ບັນດາ​ຄວາມ​ກ້າວໜ້າ ຊຶ່ງ ຫວຽດນາມ ບັນລຸ​ໄດ້.

 

ຂ່າວ/ບົດ​ອື່ນ