ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ກອງ​ທັບ​ເຮືອ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

(VOVWORLD) - ການຢ້ຽມຢາມທ່າກຳປັ່ນສາກົນ ກາມແຣງ ຂອງກຳປັ່ນ ອາເມລິກາ 2 ລຳ  ໄດ້ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງ ແຄ໊ງຮ່ວາ, ຫວຽດນາມ ແລະ ອາເມລິກາ ໃຫ້ນັບມື້ນັບມີປະສິດທິຜົນ.
ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ກອງ​ທັບ​ເຮືອ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ - ảnh 1ກຳປັ່ນ Blue Ridge ຂອງ ອາເມລິກາ (ພາບ: TTXVN)

ຕອນບ່າຍວັນທີ 8 ກໍລະກົດ, ກອງບັນຊາການກອງເຮືອຮົບເລກ 7, ທ່ານເອກອັກຄະລັດຖະທູດ ອາເມລິກາ ພ້ອມກັບບັນດານາຍທະຫານບັນຊາການກຳປັ່ນກອງທັບເຮືອ ແລະ ກຳປັ່ນລາດຕະເວນ ອາເມລິກາ Waesche, ກຳປັ່ນກອງທັບເຮືອ USS Blue Rigde, ພ້ອມກັບນາຍທະຫານ, ລູກເຮືອ 1000 ຄົນ ໄດ້ເຂົ້າທຽບທ່າກຳປັ່ນສາກົນ ກາມແຣງ, ແຂວງ ແຄ໊ງຮ່ວາ. ທີ່ການຕ້ອນຮັບ, ທ່ານ ເລຮຶວຮ່ວາງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນ ແຂວງ ແຄ໊ງຮ່ວາ ເນັ້ນໜັກວ່າ ການຢ້ຽມຢາມທ່າກຳປັ່ນສາກົນ ກາມແຣງ ຂອງກຳປັ່ນ ອາເມລິກາ 2 ລຳ  ໄດ້ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງ ແຄ໊ງຮ່ວາ, ຫວຽດນາມ ແລະ ອາເມລິກາ ໃຫ້ນັບມື້ນັບມີປະສິດທິຜົນ. ທາງແຂວງແຄ໊ງຮ່ວາ ປາດຖະໜາຢາກໃຫ້ ອາເມລິກາ ສືບຕໍ່ຜັນຂະຫຍາຍບັນດາໂຄງການໜູນຊ່ວຍກໍ່ສ້າງໂຮງຮຽນໃໝ່, ສຸກສາລາ ຊ່ວຍໃຫ້ນັກຮຽນຢູ່ບັນດາຕາແສງທຸກຍາກ, ປະສົບກັບຄວາມຫຍຸ້ງຍາກຂອງແຂວງ; ສົມທົບກັນເປັນເຈົ້າພາບຈັດຕັ້ງລາຍການຄູ່ຮ່ວມມືປາຊີຟິກ ໃນໄລຍະ 2025 – 2026. ທ່ານໃຫ້ຮູ້ວ່າ:

ພວກຂ້າພະເຈົ້າປາດຖະໜາຢາກໃຫ້ຝ່າຍ ອາເມລິກາ ສືບຕໍ່ໜູນຊ່ວຍຂົງເຂດການທ່ອງທ່ຽວ, ວັດທະນະທຳ, ພົບປະແລກປ່ຽນປະຊາຊົນ; ໜູນຊ່ວຍວຽກງານໂຄສະນາການທ່ອງທ່ຽວລະຫວ່າງສອງຝ່າຍ, ເປັນຕົ້ນແມ່ນນຳໃຊ້ຮູບແບບສື່ສານທາງໄກ ເພື່ອສຳຜັດກັບແຂກທ່ອງທ່ຽວ ອາເມລິກາ ໃນວົງກ້ວາງໂດຍໄວ. ທາງແຂວງສະເໜີການໜູນຊ່ວຍ ແລະ ສົມທົບກັນເຊື້ອເຊີນບັນດາຄະນະຜູ້ແທນ Fam Trip, Press Trip, Mediatrip ທີ່ມາຈາກບັນດາລັດນ້ອຍຂອງ ອາເມລິກາ ໄປຍັງແຂວງແຄ໊ງຮ່ວາ ເພື່ອສຳຫຼວດຜະລິດຕະພັນ, ການບໍລິການທ່ອງທ່ຽວທີ່ພົ້ນເດັ່ນໃນບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ