ຊຸກຍູ້ການພົວພັນ ລະຫວ່າງບັນດານະຄອນ ຂອງສີລັງກາ ແລະ ຫວຽດນາມ

ຊຸກຍູ້ການພົວພັນ ລະຫວ່າງບັນດານະຄອນ ຂອງສີລັງກາ ແລະ ຫວຽດນາມ - ảnh 1

​(ພາບ:baomoi.com)

(vovworld)-  ​ຕອນ​ບ່າຍວັນ​ທີ 18/7, ທີ່​ການຕອ້ນຮັບຄະນະ​ຜູ້​ແທນ​ຂັ້ນສູງ​ສະພາ​ແຫ່ງ​ຊາດ​ສີ​ລັງ​ກາ ​ແລະ ທ່ານສະພາ​ແຫ່ງ​ຊາດ Chamal Rajapaksa ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽນ​ດນາມ, ທ່ານ​ນາງ​ຫງວຽນ​ທິກ​ວຽດ​ເຕີມ ປະທານ​ສະພາ ປຊຊ ນະຄອນ​ໂຮ່ຈິ​ມິນ ສະ​ແດງ​ຄວາມ​ພາກພູ​ມໃຈທີ່​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນສູງ​ສະພາ​ແຫ່ງ​ຊາດ​ສີ​ລັງ​ກາ ​ໂດຍ​ທ່ານ​ປະທານສະພາ​ແຫ່ງ​ຊາດ Chamal Rajapaksa ນຳ​ໜ້າ​ມາ​ຢ້ຽມຢາມ​ນະຄອນ​ໂຮ່ຈິ​ມິນ. ທ່ານ​ນາງ​ຫງວຽນ​ທິກ​ວຽດ​ເຕີມ ​ເນັ້ນຫນັກ​ວ່າ: ການ​ຢ້ຽມຢາມຫວຽດນາມ ​ແລະ ນະຄອນ​ໂຮ່ຈິ​ມິນ ​ຂອງທ່ານ​ປະທານສະພາ​ແຫ່ງ​ຊາດສີ​ລັງກາ ຄັ້ງນີ້ ຈະ​ກາຍ​ເປັນ​ຂົວ​ຕໍ່, ຊຸກ​ຍູ້ການ​ພົວພັນ​ລະຫວ່າງ​ນະຄອນ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ສີ​ລັງກາ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ພັດທະ​ນາໃນບັນດາ​ຂົງ​ເຂດ​ຊື່​ງສອງ​ຝ່າຍ​ມີ​ທ່າ​​ແຮງ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ. ສ່ວນທ່ານ​ປະທານສະພາ​ແຫ່ງ​ຊາດ Chamal Rajapaksa ​ໃຫ້​ຮູ້​ວ່າ: ຝ່າຍ​ສີ​ລັງກາ ຈະ​ສ້າງ​ເງື່ອ​ນໄຂ​ອຳນວຍ​ຄວາມ​ສະດວກ, ​ເພື່ອຊຸກຍູ້ການ​ພົວພັນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສີ​ລັງກາ ກັບ​ນະຄອນ​ໂຮ່ຈິ​ມິນ ກໍ່​ຄື​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດນາມ.

 

 

 

 

 

 

ຂ່າວ/ບົດ​ອື່ນ