ຊຸກຍູ້ການພົວພັນ ຫວຽດນາມ - ແບນຊິກໃຫ້ພັດທະນາເລິກເຊິ່ງ, ກ້ວາງຂວາງກ່ວາອີກ

(VOVWORLD) - ບໍລິສັດຂອງແບນຊິກ ຫຼາຍແຫ່ງ ສົນໃຈເຖິງຕະຫຼາດ ຫວຽດນາມ. ທ່ານນາງປະທານສະພາສູງ ແບນຊິກ ຢັ້ງຢືນສະພາສູງ ແບນຊິກ ຈະມານະພະຍາຍາມຊຸກຍູ້ການພົວພັນ ຫວຽດນາມ - ແບນຊິກ ໃຫ້ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາອີກ.
ຊຸກຍູ້ການພົວພັນ ຫວຽດນາມ - ແບນຊິກໃຫ້ພັດທະນາເລິກເຊິ່ງ, ກ້ວາງຂວາງກ່ວາອີກ - ảnh 1ທ່ານນາງ ປະທານສະພາສູງ ລາຊະອານາຈັກ ແບນຊິກ Stéphanie D’Hose ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ
(ພາບ: Dương Giang/TTXVN)

ຕອນບ່າຍວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບ ທ່ານນາງ ປະທານສະພາສູງ ລາຊະອານາຈັກ ແບນຊິກ Stéphanie D’Hose, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍ ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 7 ຕື້ໂດລາສະຫະລັດ ໃນຊຸມປີຈະມາເຖິງໂດຍໄວ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ສະພາສູງ ແບນຊິກ ຊຸກຍູ້ເພື່ອໃຫ້ລັດຖະສະພາສະຫະພັນ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ ໂດຍໄວ; ຊຸກຍູ້ຄະນະກຳມະການ ເອີລົບ ຍົກເລີກບັດເຫຼືອ ສຳລັບສິນໃນນ້ຳ ຫວຽດນາມ ໂດຍໄວ ແລະ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ ຫວຽດນາມ ຢູ່ ແບນຊິກ ຫຼາຍກ່ວາອີກ.

        ສ່ວນທ່ານນາງປະທານສະພາສູງ ລາຊະອານາຈັກ ແບນຊິກ Stéphanie D’Hose ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດມີກຳລັງດຶງດູດໃຈສູງທີ່ສຸດໃນໂລກ. ບໍລິສັດຂອງແບນຊິກ ຫຼາຍແຫ່ງ ສົນໃຈເຖິງຕະຫຼາດ ຫວຽດນາມ. ທ່ານນາງປະທານສະພາສູງ ແບນຊິກ ຢັ້ງຢືນສະພາສູງ ແບນຊິກ ຈະມານະພະຍາຍາມຊຸກຍູ້ການພົວພັນ ຫວຽດນາມ - ແບນຊິກ ໃຫ້ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ