ຊຸກຍູ້ການພົວພັນ2ຝ່າຍຫວຽດນາມ-ອາເມລິກາ

ຊຸກຍູ້ການພົວພັນ2ຝ່າຍຫວຽດນາມ-ອາເມລິກາ - ảnh 1
ທ່ານ​ Tom Malinowski ແລະ ທ່ານ ​ເລ​ບ໋າ​ຈິ່ງ

(vovworld) – ຕອນ​ເຊົ້າ​ວັນ​ທີ 10/5, ຢູ່​ຮ່າ​ໂນ້ຍ, ທ່ານ ​ເລ​ບ໋າ​ຈິ່ງ, ຮ​ອງປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຕ້ອນຮັບ​ທ່ານ​ Tom Malinowski, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຮັບຜິດຊອບ​ບັນຫາ​ອະທິປະ​ໄຕ, ສິດທິ​ມະນຸດ, ​ແຮງ​ງານຂຶ້ນ​ກັບ ກະຊວງ​ການ​ຕ່າງປະ​ເທດ. ທ່ີ​ການ​ຕ້ອນຮັບ, ທ່ານ Tom Malinowski ​ໄດ້​ຊີ້​ແຈ້ງວ່າ: ການ​ຢ້ຽມຢາມ​ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ Obama ​​ເຖິງ ຫວຽດນາມ​ ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້ ຫວຽດນາມ - ອາ​ເມ​ລິ​ກາ ຊຸກຍູ້​ການ​ພົວພັນ 2 ຝ່າຍ. ທ່ານ Tom Malinowski ຕີ​ລາຄາ​ສູງ ຫວຽດນາມ ມີ​ບັນດາ​ການ​ປະຕິ​ຮູບ​​ໃນ​ຂົງ​ເຂດ​ເສດຖະກິດ, ກົດໝາຍ​ເໝາະສົມ​ກັບ​ມາດຕະຖານ​ສາກົນ, ບັນດາ​ນະ​ໂຍບາຍ​ເຄົາລົບ​ສິດທິ​ມະນຸດ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະຊາ​ຊົນ​ໄດ້​ຊົມ​ໃຊ້​ສິດ​ທິມະນຸດ​ຜ່ານ​ການ​​ເຄື່ອນ​ໄຫວ​ສາສະໜາ, ຜ່ານ​ການ​ປັບປຸງ​ບັນດາ​ກົດໝາຍ​ລະອຽດ (ກົດໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ​ເຄົາລົບ​ສາສະໜາ), ທ່ານກໍ່ຫວັງ​ວ່າ: ກົດໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ​ສາສະໜາ​​ເມື່ອ​​ສະພາ​ແຫ່ງ​ຊາດ ຫວຽດນາມ ຮັບຮອງ​ເອົາ​ນັ້ນ ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ອົງການ​ສາສະໜາ​ຢູ່ ຫວຽ​ດນາມ ສາມາດ​ດຳ​ເນີນຊີວິດ​ຢ່າ​ງມີ​ໄຫວ​ພິບກ່ວາ ​ແລະ ຍັງ​ຮັບປະກັນ​ປະຕິບັດຖືກ​ຕາມ​ກົ​ດໝາຍ. ສ່ວນ​ທ່ານ ເລ​ບ໋າ​ຈິ່ງ, ຮ​ອງປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຢັ້ງ​ຢືນ​ວ່າ: ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ດ້ວຍ​ບົດບາດ​ຕາງ​ໜ້າ, ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຖືກຕ້ອງ​ຕາມ​ກົດໝາຍ, ​ຊອບ​ທຳ​ຂອງ​ປະຊາຊົນ, ​ໃນ​ນັ້ນ​ມີ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ, ສາສະໜາ, ມີ​ຫຼາຍ​ມາດ​ຕະການ​ຕິ​ດຕາມ​ກວດກາ ​ແລະ ​ໄຈ້​​ແຍກ​ຕີ​ລາຄາ​ສຳລັບ​ຮ່າງ​ກົດໝາຍ​ດັ່ງກ່າວ​ຜ່ານ​ການຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​, ບັນດາ​ຜູ້​ມີ​ຍົດ​ທະ​ບັນດາສັກ, ສາສະ​ນິກະ​ຊົນເປັນ​ຫຼາຍ​ຄັ້ງ ​ເພື່ອ​ຮັບປະກັນ​ບັນດາ​ສິດ​ເສລີ​ໃນ​ການ​ເຫຼື້ອ​ມ​ໃສ, ສາສະໜາ​ທີ່​ໄດ້​ກຳນົດ​ໃນ​ລັດຖະທຳ​ມະນູນ​ປີ 2013.


ຂ່າວ/ບົດ​ອື່ນ