ຊຸກ​ຍູ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຫຼາຍກວ່າ​ອີກ

(VOVWORLD) -ຍີ່ປຸ່ນ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງກັບ ຫວຽດນາມ; ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມຢູ່ພາກພື້ນ ແລະ ສາກົນ ແລະ ຈະສືບຕໍ່ຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນວິວັດການພັດທະນາ. 
ຊຸກ​ຍູ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຫຼາຍກວ່າ​ອີກ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໂອ້ລົມທາງໂທລະສັບກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu (ພາບ: baoquocte.vn)

ວັນທີ 27 ເມສາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Motegi ຢັ້ງຢືນວ່າ ຍີ່ປຸ່ນ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງກັບ ຫວຽດນາມ; ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມຢູ່ພາກພື້ນ ແລະ ສາກົນ ແລະ ຈະສືບຕໍ່ຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນວິວັດການພັດທະນາ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ໃນການຜັນຂະຫຍາຍແນວທາງການຕ່າງປະເທດຂອງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ, ຫວຽດນາມ ຍາມໃດກໍຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດ, ສຳຄັນແຖວໜ້າ ແລະ ຍາວນານ. ພ້ອມທັງມີຄວາມປາດຖະໜາວ່າ ຈະສືບຕໍ່ພ້ອມກັບ ຍີ່ປຸ່ນ ຕັ້ງໜ້າຊຸກຍູ້ການຮ່ວມມືສອງຝ່າຍ ກໍຄືໃນບັນດາບັນຫາເຊິ່ງພາກພື້ນ ແລະ ສາກົນ ຕ່າງກໍມີຄວາມສົນໃຈ.

        ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຍົກສູງປະສິດທິຜົນຂອງບັນດາກົນໄກເຈລະຈາ ແລະ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ຮັບນັກສຶກສາຝຶກງານ ຫວຽດນາມ, ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຍີ່ປຸ່ນ ແລະ ຊຸກຍູ້ການຮ່ວມມື ODA, ການຄ້າ, ການລົງທຶນໃນໄລຍະຈະມາເຖິງ.

        ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີນຳກັນວ່າ ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ຢຸດຕິສະພາບການໃຊ້ຄວາມຮຸນແຮງ ແລະ ນອງເລືອດຂອງປະຊາຊົນ ມຽນມາ; ສອງຝ່າຍກໍເຫັນດີຈະສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສສາກົນ ແລະ ພາກພື້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ