ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ

(VOVWORLD) - ທ່ານເອກອັກຄະລັດຖະທູດ Yamada Takio ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ດ້ວຍຖານະເປັນປະທານ ອາຊຽນ 2020 ແລະ ເປັນຜູ້ປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ.
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ - ảnh 1ທ່ານບຸຍແທງເຊີນ (ຂວາ) ແລະ ທ່ານ  Yamada Takio. (ພາບ:baoquocte.vn

  ຕອນບ່າຍວັນທີ 29 ຕຸລາ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ບຸຍແທງເຊີນ, ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະ, ແລກປ່ຽນກັບທ່ານ Yamada Takio, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດ ຍີ່ປຸ່ນ ປະຈຳ ຫວຽດນາມ ກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນ 2 ຝ່າຍ ແລະ ການຮ່ວມມືຢູ່ບັນດາເວທີປາໄສຫລາຍຝ່າຍ.

        2 ຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດບັນດາເວທີປາໄສພາກພື້ນ ແລະ ສາກົນຄືສະຫະປະຊາຊາດ, APEC, ASEM…ທ່ານເອກອັກຄະລັດຖະທູດ Yamada Takio ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ດ້ວຍຖານະເປັນປະທານ ອາຊຽນ 2020 ແລະ ເປັນຜູ້ປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ, ທ່ານ Yamada Takio ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັບ ຫວຽດນາມ ແລະ ບັນດາປະເທດຄູ່ຮ່ວມມືຢ່າງແໜ້ນແຟ້ນ ເພື່ອແນໃສ່ຮັບປະກັນການປະຕິບັດກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃຫ້ປະສົບຜົນສຳເລັດ, ໃນນັ້ນ ມີກອງປະຊຸມຂັ້ນສູງ ອາຊຽນ - ຍີ່ປຸ່ນ ຄັ້ງທີ 23 ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ.

        2 ຝ່າຍກໍ່ໄດ້ຕີລາຄາສູງຕໍ່ບັນດາໝາກຜົນການຜັນຂະຫຍາຍສັນຍາ CPTPP ພາຍຫລັງສັນຍາມີຜົນສັກສິດມາເປັນເວລາກ່ວາ 1 ປີ, ແລະ 2 ຝ່າຍໄດ້ເຫັນດີເປັນເອກະສັນມານະພະຍາຍາມຍາດແຍ່ງຈາກສັນຍາ CPTPP ແນໃສ່ປະກອບສ່ວນຟື້ນຟູການເຕີບໂຕໃນສະພາບການໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ